ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ທ່ານປະທານາທິບໍດີ Lee Myung – bak ໄດ້ເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະຫວ່າງການນຳຂັ້ນສູງສອງປະເທດດ້ວຍຫຼາຍຮູບການ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ເຫັນດີສືບຕໍ່ເພີ່ມທະວີການໂອ້ລົມສົນທະນາ ແລະ ການຮ່ວມຢ່າງມືແທດຈິງໃນບັນດາຂົງເຂດການຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວ “ ຂອງປີແຫ່ງຄວາມມິດຕະພາບຫວຽດນາມ - ສ.ເກົາຫຼີ ”, ປະກອບສ່ວນເພີ່ມທະວີຄວາມມິດຕະພາບ ແລະ ການພົບປະແລກປ່ຽນການຮ່ວມມືລະຫວ່າງປະຊາຊົນສອງປະເທດ.
ສອງຝ່າຍກໍເຫັນດີສືບຕໍ່ເປີດກວ້າງການພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນກວ່າອີກ, ສືບຕໍ່ເປີດກວ້າງການພົວພັນດ້ານການຄ້າ ພ້ອມກັນນັ້ນສົມທົບກັນເພື່ອຫຼຸດຜ່ອນການນຳເຂົ້າເກີນດູນຂອງຫວຽດນາມ ຈາກສ.ເກົາຫຼີ ເທື່ອລະກ້າວ. ສອງຝ່າຍໄດ້ເຫັນດີຈະສ້າງສຳເລັດບັນດາລະບຽບການໂດຍໄວ ເພື່ອເລີ່ມຕົ້ນການເຈລະຈາສັນຍາການຄ້າເສລີ FTA ສອງຝ່າຍລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ. ທ່ານປະທານາທິບໍດີ Lee Myung – bak ໄດ້ຢືນຢັນວ່າ, ສ.ເກົາຫຼີ ສືບຕໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນອັນດັບໜື່ງກ່ຽວກັບການຮ່ວມມືພັດທະນາ ແລະ ການລົງທຶນ.
ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ທ່ານປະທານາທິບໍດີ Lee Myung – bak ໄດ້ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດແຮງການ ແລະ ສອນວິຊາຊີບ, ສົມທົບກັນເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ, ສືບຕໍ່ຮ່ວມມືໃນຂົງເຂດຊ່ວຍເຫຼືອ ແລະ ປົກປ້ອງຊາວຕ່າງດາວ. ສອງຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການສົມທົບກັນໃນບັນດາເວທີປາໄສສາກົນ.
ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ທ່ານປະທານາທິບໍດີ Lee Myung – bak ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືຄື, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືພັດທະນາໃນຂົງເຂດການເງິນລະຫວ່າງກະຊວງການເງິນຫວຽດນາມ ແລະ ກະຊວງຍຸດທະສາດ ແລະ ການເງິນ ສ.ເກົາຫຼີ, ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືກໍ່ສ້າງສວນກ້າເບັຍ ເຕັກໂນໂລຊີ ແລະ ຂໍ້ຕົກລົງກ່ຽວກັບການສືບຕໍ່ເພີ່ມທະວີການຮ່ວມມືພັດທະນາດ້ານພະລັງງານນິວເຄຼຍ ເພ່ືອເປົ້າໝາຍສັນຕິພາບລະຫວ່າງກະຊວງອຸດສາຫະກຳການຄ້າຫວຽດນາມ ແລະ ກະຊວງເສດຖະກິດພູມປັນຍາສ.ເກົາຫຼີ.