ຫວຽດນາມ2015-ຄູ່ຮ່ວມມືຕັ້ງໜ້າເພື່ອສັນຕິພາບ,ສະຖຽນລະພາບແລະກໍ່ສ້າງປະຊາຄົມຢູ່ອາຊີຕາເວັນອອກສ່ຽງໃຕ້”

ຫວຽດນາມ2015-ຄູ່ຮ່ວມມືຕັ້ງໜ້າເພື່ອສັນຕິພາບ,ສະຖຽນລະພາບແລະກໍ່ສ້າງປະຊາຄົມຢູ່ອາຊີຕາເວັນອອກສ່ຽງໃຕ້” - ảnh 1
(ພາບ​ປະ​ກອບ​ຈາກ Ly Kha/TTXVN)

(vovworld) – ໃນ​ສະ​ບັບ​ພິ​ເສດຂ່ຳ​ນັບ​ຮັບ​ຕ້ອນປີ​ໃໝ່ 2015, ໜັ​ງ​​ສືພິມ “NewEurope” (ມີ​ສຳ​ນັ​ກ​ງານ​ຕັ້ງ​ຢູ່ ບ​ຣຸກ​ແຊນ, ປະ​ເທດ​ແບນ​ຊິກ) ໄດ​້​​ລົງ​ພິມ​ບົດ​ຂຽນ​ຂອງ​ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ , ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ດ້ວຍ​ຫົວ​ຂໍ້ “ຫວຽດ​ນາມ 2015 -  ຄູ່​ຮ່ວມ​ມື​ຕັ້ງ​ໜ້າ​ເພື່ອ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ແລະ ກໍ່​ສ້າງ​ປະ​ຊາ​ຄົມ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”.

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ: ປີ 2015, ຄາດ​ວ່າ, ຫວຽດ​ນາມ ຈະ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​​ສັນ​ຍາຄູ່​ຮ່ວມ​ມື​ຂ້າມ​ປາ​ເຊ​ຟິກ (TPP), ຍົ​ກຍອດ​ຈຳ​ນວນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ໃຫ​້​​ຂຶ້ນ​ເຖິງ​ຕົວ​ເລກ 12 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ກ່​ວາ 50 ປະ​ເທດ, ໃນ​ນັ້ນ​ມີ​ກ່​ວາ 15 ປະ​ເທດ​ສະ​ມາ​ຊິກ G20. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢັ້ງ​ຢ​ື​ນ​ວ່າ: ຫວຽດ​ນາມ​ແມ່ນ​ສະ​ມາ​ຊິກ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ລວມ​ຂອງ​​ສະ​ຫະສະ​ມາ​ຄົມ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ເນັ້ນ​ໜັກ​ເຖິງ​ຄວາມ​ສ​ຳ​ຄັນ​ຂອງ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​​ໂດຍ​ລະ​ອຽດ​ແມ່ນ​ບົດ​ບາດ​ໃຈ​ກາງ​ຂອງ ອາ​ຊຽນ ດ້ວຍ​ບັນ​ດາກົນ​ໄກ, ໂຄງ​ປະ​ກອບ​ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນ​ເພື່ອ​ແນ​ໃສ່​ຮັກ​ສາ​ກົດ​ໝາຍ​ສາ​ກົນ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, , ສະ​ຖຽນ​ລະ​ພາບ​ເພື່ອ​ຈຸດ​ໝາຍ​ພັດ​ທະ​ນາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ຫວຽ​ດ​ນາມ ເຊື່ອ​ໝັ້ນ​ຕໍ່​ເລື່ອງ​ບັນ​ດາ​ປະ​ເທດ​ໃຫ​ຍ່​ດ້ວຍ​ທີ່​ຕັ້ງ​ບົດ​ບາດ​ສະ​ດວກ, ກຳ​ລັງ​ແຮງ ແລະ ຜົນ​ສະ​ທ້ອນ​ຂອງ​ຕົນ​ຈະ​ແມ່ນ​ບັນ​ດາ​ປະ​ເທດ​ທຳ​ອິດ​ປະ​ຕິ​ບັ​ດ​ການ​ລະ​ງັບ​ໃຈ​ເອງ​ໃນ​​ການ​ຂັດ​ແຍ້ງ​ກັນ, ບັນ​ດາ​ປະ​ເທດນີ້​ມີ​ພື້​ນ​ຖານ, ວັດ​ຖຸ​ອຸ​ປະ​ກອນ​ຢ່າງ​ພຽງ​ພໍ​ເພື່ອ​ປະ​ກອບ​ສ່ວນເຂົ້າ​ໃນ​ເລື່ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ມ​ຸ່ງ​ໄປ​ເຖິງ​​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ພາກ​ພື້ນ​ໂດຍ​ສັນ​ຕິ​ວິ​ທີ. ກ່​ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ອີ​ຢູ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ຢັ້ງ​ຢືນ​ວ່າ: EU ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ຮ​ອບ​ດ້ານ, ສຳ​ຄັນ​ທີ່​ສຸດ, ຮ່ວມ​ມື, ໜູນ​ຊ່ວຍ​ໃນ​ຕະຫຼອດ​ວິ​ວັດ​ການ​ປະ​ຕິ​ຮູບ​ຂອງ ຫວຽດ​ນາມ. ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ ປາດ​ຖະ​ໜາ​ຢາກ​ໃຫ້ ເອີ​ລົບ ເຂົ້າ​ຮ່ວມຫຼາຍ​ກ່​ວາ​ໃນ​ການ​ຊອກ​ຫາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຮ່ວມ​ມື, ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ທົ່ວ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.


ຂ່າວ/ບົດ​ອື່ນ