ຄຳສັ່ງການລຸກຮຶ້ຂຶ້ນຖືກເຜີຍແຜ່ໃນທົ່ວປະເທດ
ພາບເອກະສານ
|
(vovworld)- ວັນທີ 18/8, ຫນ້າເວັບຂອງສູນຄົ້ນຄ້ວາເສດຖະກິດ ແລະ ສັງຄົມ ອັກຊັງຕີນ ໄດ້ມີບົດຂຽນຍ້ອງຍໍບັນດາຜົນງານຂອງການປະຕິວັດຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. ບົດຂຽນຂອງສາດສະດາຈານ Oscar Natalichio ໄດ້ທົບທວນຄືນບັນດາຂີດໝາຍສຳຄັນຂອງການປະຕິວັດຫວຽດນາມ ນັບແຕ່ເມື່ອພັກກອມມູນິດ ອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ພາຍໃຕ້ການຊີ້ນຳນຳພາຂອງປະທານໂຮ່ຈິມີນ. ມ້ວນທ້າຍບົດຂຽນ, ສາດສະດາຈານສະຫລຸບວ່າ: ການປະຕິວັດເດືອນສິງຫາແມ່ນການເລີ່ມຕົ້ນໃຫ້ບັນດາຜົນງານຍິ່ງໃຫຍ່ຂອງຫວຽດນາມ.
ໃນຂະນະນັ້ນ ຫນັງສືພິມປະຊາຊົນ, ຫນັງສືພິມປະເທດລາວ ແລະ ຫນັງສືພີມລາວພັດທະນາ ສະບັບອອກວັນທີ 19/8 ລ້ວນແຕ່ລົງພິມຮູບພາບ ແລະ ບົດກ່ຽວກັບສະພາວະປະຫວັດສາດພາໄປເຖິງການລຸກຮຶ້ຂຶ້ນຍາດເອົາອຳນາດການປົກຄອງເມື່ອເດືອນສິງຫາປີ 1945 ກໍຄືຄວາມໝາຍປະຫວັດສາດຂອງວັນທີ 19/8 ສຳລັບກິດຈະການປະຕິວັດຂອງຫວຽດນາມ. ບັນດາບົດຂຽນລ້ວນແຕ່ຢັ້ງຢືນວ່າ: ການປະຕິວັດເດືອນສິງຫາແມ່ນເຫດການໃຫຍ່ຂອງປະຊາຊົນຫວຽດນາມ, ແມ່ນບາດລ້ຽວປະຫວັດສາດຂອງການປະຕິວັດຫວຽດນາມ, ເປັນຂີດໝາຍເປັນຄັ້ງທຳອິດ ຊົນຊັ້ນກຳມະກອນ ຊາວຜູ້ອອກແຮງງານຫວຽດນາມ ຍາດເອົາອຳນາດການປົກຄອງໃນທົ່ວປະເທດ, ສ້າງເປັນລະບອບປະຊາທິປະໄຕ, ປະຊາຊົນ ລະບອບທຳອິດຢູ່ຫວຽດນາມ. ຜົນງານທີ່ບັນລຸໄດ້ໃນ 70 ປີຜ່ານມາ ໄດ້ສ້າງພື້ນຖານ ແລະ ປະຖົມປັດໄຈສຳຄັນ, ລ້ຳຄ່າເພື່ອໃຫ້ຫວຽດນາມ ສືບຕໍ່ປ່ຽນແປງໃຫມ່ ແລະ ພັດທະນາຢ່າງເຂັ້ມແຂງ, ຮອບດ້ານກວ່າໃນໄລຍະໃຫມ່.