ອັດກອງປະຊຸມຄັ້ງທີ33ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ກຸຍບາ
ອັດກອງປະຊຸມຄັ້ງທີ33ຄະນະກຳມະການ
ລະຫວ່າງລັດຖະບານຫວຽດນາມ-ກຸຍບາ
(ພາບ: VGP)
(vovworld) – ຕອນເຊົ້າວັນທີ 19/11, ຢູ່ຮ່າໂນ້ຍ, ໄດ້ດຳເນີນວາລະອັດກອງປະຊຸມຄັ້ງທີ 33 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ກຸຍບາ. ໃນການເຮັດວຽກເປັນເວລາ 3 ວັນ, ຄະນະນັກຊ່ຽວຊານຫວຽດນາມ ແລະ ກຸຍບາ ໄດ້ຕີລາຄາສະພາບການປະຕິບັດເອກກະສານກອງປະຊຸມຄັ້ງທີ 32; ກຳນົດບັນດາເນື້ອໃນຮ່ວມມືທີ່ເປັນໄປໄດ້ໃນໄລຍະ 2015 – 2016 ບົນພື້ນຖານຄວາມສາມາດບົ່ມຊ້ອນ, ຄວາມຕ້ອງການຂອງແຕ່ລະຝ່າຍ ແລະ ຈຸດໝາຍບຸລະມະສິດທີ່ໄດ້ວາງອອກໃນລາຍການດຳເນີນງານເສດຖະກິດ 2 ຝ່າຍໄລຍະກາງ 2015 – 2020. ທ່ານລັດຖະມົນຕີວ່າການກະຊວງກໍ່ສ້າງຫວຽດນາມ ຈິ້ງດິ່ງຢຸງ, ທັງເປັນປະທານຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ກຸຍບາ ຢືນຢັນວ່າ, ບັນດາຂໍ້ຕົກລົງຮ່ວມມືໃໝ່ລະຫວ່າງ 2 ປະເທດ ໃນຂົງເຂດການຄ້າ, ກະສິກຳ, ເຕັກໂນໂລຊີວະສາດ ແລະ ສາທາລະນະສຸກ… ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ 2 ປະເທດ, ເໝາະສົມກັບແຜນນະໂຍບາຍຂອງພັກ ແລະ ລັດຖະບານ 2 ປະເທດ.
ທີ່ພິທີ, ທ່ານລັດຖະມົນຕີ ຈິ້ງດິງຢຸງ ແລະ ທ່ານລັດຖະມົນຕີວ່າການກະຊວງການຄ້າ ແລະ ການລົງທຶນຕ່າງປະເທດກຸຍບາ - ທັງເປັນປະທານຄະນະກຳມະການລະຫວ່າງລັດຖະບານກຸຍບາ - ຫວຽດນາມ Rodrigo Malmierca Diaz ໄດ້ລົງນາມໃນເອກະສານກອງປະຊຸມຄັ້ງທີ 33 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ກຸຍບາ.