ອັດກອງປະຊຸມບັນດາອົງການຈັດຕັ້ງມິດຕະພາບ ປະຊາຊົນອາຊຽນ - ຈີນ ຄັ້ງທີ 7

ອັດກອງປະຊຸມບັນດາອົງການຈັດຕັ້ງມິດຕະພາບ ປະຊາຊົນອາຊຽນ - ຈີນ ຄັ້ງທີ 7 - ảnh 1
ພິທີອັດກອງປະຊຸມ
(vovworld) - ກອງ​ປະຊຸມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ປະຊາຊົນ​ອາ​ຊຽນ - ຈີນ  ດ້ວຍ​ຫົວ​ຂໍ້​ວ່າ ”ສາມັກຄີ, ມິດຕະພາບ, ຮ່ວມ​ມື, ພັດທະນາ” ​ໄດ້​ອັດ​ລົງ​ໃນ​ຕອນ​ຄຳ່​ວັນ​ທີ 17/8, ຢູ່ ຮ່າ​ໂນ້ຍ, ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ. ມີ​ຜູ້​ແທນ​ເກືອບ 150 ຄົນ ​ເຊິ່ງ​ແມ່ນ​ການ​ນຳ, ສະມາຊິກ​ສະມາຄົມ​ມິດຕະພາບ​ບັນດາ​ປະ​ເທດ​ອາ​ຊຽນກັບ​ຈີນ, ​ແລະ ສະມາຄົມ​ມິດຕະພາບ​ຈີນ​ກັບ​ອາ​ຊຽນ​ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ Vu Xuan Hong ປະທານ​ສະຫະພັນບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ ຫວຽດນາມ​ ເນັ້ນ​ໜັກ​ວ່າ:

         ”ຜ່ານ 45 ປີ ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ອາ​ຊຽນນັບ​ມື້​ນັບ​ກາຍ​ເປັນ​ອົງການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຢ່າງຮອບດ້ານ, ​ແມ່ນ​ອົງການ​ການ​ເມືອງ - ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ມີ​ທີ່​ຕັ້ງ​ບົດ​ບາດ​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາຊີ - ປາຊີ​ຝິກ. ປະຈຸ​ບັນ, ອາຊຽນພວມ​ປະຕິບັດ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​​ເຖິງ​ປີ 2015. ​ແລະ ປີ 2015 ກໍ່​ແມ່ນ 10 ປີ ​ແຫ່ງ​ກອງ​ປະຊຸມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ປະຊາຊົນ​ອາ​ຊຽນ - ຈີນ. ມຸ້ງ​ໄປ​ສູ່​ເຫດການ​ນັ້ນ, ພວກ​ເຮົາ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ຈົ່ງ​ເສີມ​ຂະຫຍາຍ​ຫົວຄິດ​ປະ​ດິດສ້າງ, ມີ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ກວ່າ​ອີກ​ເພື່ອ​ໃຫ້ການ​ພົວພັນ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ ພັດທະນາ​ກວ່າ​ອີກ​.”

        ສ່ວນ​ທ່ານ​ຫົວໜ້າ​ຄະນະ​ຜູ້​ແທນ​ປະຊາຊົນ​ຈີນ - ອາ​ຊຽນ ​ເນັ້ນ​ໜັກ​ວ່າ, ກອງ​ປະຊຸມ​ບັນດາ​ອົງການ​ຈັດ​ຕັ້ງ​ມິດຕະພາບ​ປະຊາຊົນ​ອາ​ຊຽນ - ຈີນ ​ເຊິ່ງຖືກ​ຈັດ​ຂຶ້ນ​ປີ​ລະ​ເທື່ອ​ນັ້ນ ​ແມ່ນ​ແຫ່ງ​ພົບ​ປະ​ແລກປ່ຽນ​ມິດຕະພາບ, ​ໂອ້​ລົມ​ສົນທະນາ​ຢ່າງ​ສະ​ເໝີ​ພາບ, ​ແມ່ນ​ແຫ່ງ​ເຈລະຈາ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ພ້ອມ​ກັນ​ປຶກສາ​ຫາລື​ບັນດາ​ບັນຫາ​ໃຫຍ່… ​ໄດ້​ກາຍ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຈີນ - ອາ​ຊຽນ.
ອັດກອງປະຊຸມບັນດາອົງການຈັດຕັ້ງມິດຕະພາບ ປະຊາຊົນອາຊຽນ - ຈີນ ຄັ້ງທີ 7 - ảnh 2
ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: An Đăng/TTXVN)

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 17/8, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ​ຫວຽດນາມ Nguyen Thi Kim Ngan ​ໄດ​້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ອົງການ​ມິດຕະພາບ​ປະຊາຊົນ​ ອາ​ຊຽນ - ຈີນ ຄັ້ງ​ທີ 7 ຢູ່ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ເນັ້ນ​ໜັກ​ວ່າ: ຍາ​​ມ​ໃດ​ຫວຽດນາມ ກໍ​ຖື​ການ​ປັບປຸງ, ພັດທະນາ​ການ​ພົວພັນມິດຕະພາບ ​ແລະ ການຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ​ແລະ​ ປະຊາຊົນ 2 ປະ​ເທດ​ຫວຽດນາມ​ - ຈີນ ​ເປັນ​ສຳຄັນ. ຫວຽດນາມ ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ດີງາມ​ໃນ​ການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ກັບ ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ. ທ່ານ​ນາ​ງຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ຫວັງ​ວ່າ: ​ໃນ​​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ສືບ​ຕໍ່​ຍູ້​ແຮງ​ການ​ແລກປ່ຽນ​ຄະນະຜູ້​ແທນ​ທຸກ​ຂັ້ນ ​ແລະ ​ເພີ່ມ​ທະວີ​ການ​ສົມທົບ​ກັນ ​ເພື່ອ​ບັນລຸ​ໄດ້​ສຽງ​ເວົ້າ​ລວມ ຢູ່​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ