ອັດກອງປະຊຸມສະໄໝສາມັນເທື່ອທີ10,ສະພາແຫ່ງຊາດຫວຽດນາມຊຸດທີ13

ອັດກອງປະຊຸມສະໄໝສາມັນເທື່ອທີ10,ສະພາແຫ່ງຊາດຫວຽດນາມຊຸດທີ13 - ảnh 1
ອັດກອງປະຊຸມສະໄໝສາມັນເທື່ອທີ10,
ສະພາແຫ່ງຊາດຫວຽດນາມຊຸດທີ13
(ພາບ: dangcongsan)

(vovworld) -ຕອນ​ບ່າຍ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນວາ​ລະ​ອັດກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ຊຸດ​ທີ 13. ເຂົ້າ​ຮ່ວມ​ວາ​ລະອັດກອງ​ປະ​ຊຸມມີ​ທ່ານເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ; ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ຊາງ; ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ; ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປ​ະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ​້ຽນ​ເຍີນ. ວາ​ລະ​ອັດ​ກອງ​ປະ​ຊຸມ​ໄດ້​​ຮັບ​ການຖ່າຍ​ຖອດ​ສົດ​ຜ່ານ VOV, ໂທ​ລະ​ພາບ​ຫວຽດ​ນາມ ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອດ​ຕັ້ງ​, ປະ​ຊາ​ຊົນໃນ​ທົ່ວ​ປະ​ເທດ​ຕິດ​ຕ​າມ.

      ກ່າວ​ຄຳ​ເຫັນ​ອັດ​ກອງ​ປະ​ຊຸມສະ​ໄໝ​ສາ​ມັນ​ເທື່ອ​ທີ10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ຊຸດ​ທີ 13, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ເນັ້ນ​ໜັກ​ວ່າ.

      “ປີ 2016, ເຊິ່ງ​ແມ່ນ​ປີ​ທຳ​ອິດ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ແລະ ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໄລ​ຍະ 5 ປີ (2016 - 2020), ສະ​ພາ​ແຫ່ງ​ຊາດ​ໄດ້​ມີ​ມະ​ຕິ​ຕັດ​ສິນ​​ຄາດ​ໝາຍ​ລວມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປີ 2016 ແມ່ນ​ສືບ​ຕໍ່​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ໃຫ້​ສູງກວ່າ; ພ້ອມ​ທັງ​​ປົວ​ແປງ​ຄຸນ​ນະ​ພາບ​ການ​ເຕ​ີບ​ໂຕ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍ​ົງ. ຕາມນັ້ນ​ແລ້ວ, ສະ​ພາ​ແຫ່ງ​ຊາດ​ຮຽ​ກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ, ຈຸດ​ໝາຍ​ລະ​ອຽດ, ສຸມ​ໃສ່​ຍູ້​ແຮງ​ການ​ປະ​ຕິ​ບັດ​ບັນ​ດາ​ຂອດ​ບຸກ​ທະ​ລຸ​​ຍຸດ​ທະ​ສາດ, ຍົກ​ສ​ູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ພັດ​ທະ​ນາ​ຢ່າງ​ຄົບ​ຊຸດ, ມີ​ປະ​ສິດ​ທິ​ຜົນ ແລະ ຮັບ​ປະ​ກັນ​ການ​ເຄື່ອນ​ໄຫວ​ຂອງບັນ​ດາ​ຕະ​ຫຼາດ​ຢ່າງ​ທະ​​ລຸ​ລົງ​, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ປະ​ຕິ​ບັດ​ຄວາ​ມ​ຍຸ​ຕິ​ທຳ​ດ້ານ​ສັງ​ຄົມ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງບໍ່​ຢຸດຢັ້ງ, ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ​້ານ​ບໍ​ລິ​ຫານ, ສ້າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ວ​ຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຢ່າງ​ເຫັນ​ໄດ້​ຊັດ, ຍົກ​ສ​ູງ​​ປະ​ສິດ​ທິ​ຜົນ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຕັດ​ສິນ​ໃຈ​ຕໍ່​ສູ້, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ ປົກ​ປັກ​ຮັກ​ສາອ​ະ​ທິ​ປະ​ໄຕ​ແຫ່ງ​ຊາດ”.

ຂ່າວ/ບົດ​ອື່ນ