ອັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ VII ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

(VOVWORLD) -ຕອນເຊົ້າວັນທີ 31 ກໍລະກົດ, ຢູ່ແຂວງກ໋ວາງບິ່ງ, ກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວດ້ວຍຫົວຂໍ້ “ກໍ່ສ້າງພັກ ແລະ ລະບົບການເມືອງໃນສະພາບການໃໝ່” ໄດ້ອັດລົງ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ອັດ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ VII ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ - ảnh 1ພິທີອັດກອງປະຊຸມສຳມະນາທິດສະດີຄັ້ງທີ VII ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ (ພາບ: TTXVN) 

         ກ່າວຄຳເຫັນອັດ ພິທີ, ທ່ານຮອງຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ພັກປະຊາຊົນປະຕິວັດລາວ ສົມພອນ ສີຈະເລີນ ເນັ້ນໜັກວ່ານັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, ພັກປະຊາຊົນປະຕິວັດ ລາວ ແລະ ພັກກອມມູນິດ ຫວຽດນາມ ລ້ວນແຕ່ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ ແລະລະບົບການເມືອງທີ່ໂປ່ງໃສ, ໝັ້ນຄົງ,  ບັນລຸໄດ້ບັນດາຜົນງານອັນຍິ່ງໃຫຍ່. ຄຽງຄູ່ກັນນັ້ນ, ທ່ານຢັ້ງຢືນວ່າ ສອງພັກສືບຕໍ່ເພີ່ມທະວີການກໍ່ສ້າງພັກ ແລະ ລະບົດການເມືອງໂປ່ງໃສ, ໝັ້ນຄົງ, ຍົກສູງກຳລັງຄວາມສາມາດນຳພາ ແລະ ກຳອຳນາດຂອງແຕ່ລະພັກເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກໃນສະພາບການປະຕິວັດອຸດສາຫະກຳ 4.0, ເສດຖະກິດດີຈີຕອນ, ເຊື່ອມໂຍງເຂົ້າກັບສາກົນໄດ້ດຳເນີນຢ່າງແຮງ.ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ກອງປະຊຸມສຳມະນາຄັ້ງທີ VIII ລະຫວ່າງ ສອງພັກຈະໄດ້ຈັດຕັ້ງຢູ່ປະເທດ ສປປ.ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ