ອັດງານບຸນສື່ມວນຊົນມວນຊົນທົ່ວປະເທດ 2022

(VOVWORLD) -ງານບຸນສື່ມວນຊົນທົ່ວປະເທດປີ 2022 ໄດ້ແນະນຳຕໍ່ມະຫາຊົນໃນທົ່ວປະເທດບັນດາສື່ສິ່ງພິມທີ່ເປັນເອກະລັກ, ລວມມີ: ໜັງສືພິມປີໃໝ່ສາກົນ 2022, ໜັງສືພິມບຸນເຕັດປີຂານ, ບັນດາລາຍການກະຈາຍສຽງ
ອັດງານບຸນສື່ມວນຊົນມວນຊົນທົ່ວປະເທດ 2022 - ảnh 1ພິທີມອບລາງວັນ
(ພາບ: TTXVN)

ພາຍຫຼັງດຳເນີນໄປເປັນເວລາ 3 ວັນຢ່າງຟົດຟື້ນ, ຕອນບ່າຍວັນທີ 15 ເມສາ, ງານບຸນສື່ມວນຊົນທົ່ວປະເທດປີ 2022 ດ້ວຍຫົວຂໍ້ “ສື່ມວນຊົນ ຫວຽດນາມ ສາມັກຄີ, ເປັນມືອາຊີບ, ທັນສະໄໝ ແລະ ມີວັດທະນະທຳມະນຸດ” ໂດຍສະມາຄົມນັກຂ່າວ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເປັນປະທານ, ໂດຍຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ - ສື່ສານ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ສົມທົບກັນຈັດຂຶ້ນໄດ້ສິ້ນສຸດລົງຢ່າງຈົບງາມ.

        ງານບຸນສື່ມວນຊົນທົ່ວປະເທດປີ 2022 ໄດ້ແນະນຳຕໍ່ມະຫາຊົນໃນທົ່ວປະເທດບັນດາສື່ສິ່ງພິມທີ່ເປັນເອກະລັກ, ລວມມີ: ໜັງສືພິມປີໃໝ່ສາກົນ 2022, ໜັງສືພິມບຸນເຕັດປີຂານ, ບັນດາລາຍການກະຈາຍສຽງ, ໂທລະພາບບຸນເຕັດທີ່ເປັນເອກະລັກ, ຍ້ອງຍໍບັນດາຜົນງານໃນການອອກແຮງງານຂອງສື່ມວນຊົນໃນທົ່ວປະເທດ. ງານບຸນນີ້ເປັນການຢັ້ງຢືນວ່າ ປະເທດໄດ້ຫັນໄປສູ່ສະພາບປົກກະຕິໃໝ່ ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ໃນຂອບເຂດງານບຸນ, ຄະນະຈັດຕັ້ງ ແລະ ສະພາການແຂ່ງຂັນໄດ້ມອບຫຼາຍລາງວັນໃຫ້ໝູ່ຄະນະ, ສ່ວນບຸກຄົນທີ່ຈັດຕັ້ງເຫດການ, ການເຄື່ອນໄຫວທີ່ດູດດື່ມ, ສ້າງຂີດໝາຍໃນຂອບເຂດງານບຸນສື່ມວນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ