ອັດງານມະໂຫລານ ຮູບເງົາ, ໂທລະພາບ ກິລາ ແລະ ທ່ອງທ່ຽວ ສາກົນຄັ້ງທີ 6

ອັດງານມະໂຫລານ ຮູບເງົາ, ໂທລະພາບ ກິລາ ແລະ ທ່ອງທ່ຽວ ສາກົນຄັ້ງທີ 6 - ảnh 1
ອັດງານມະໂຫລານຮູບເງົາ, ໂທລະພາບກິລາ ແລະ ທ່ອງທ່ຽວສາກົນຄັ້ງທີ 6
(ພາບ: vietnamtourism.gov)

(vovworld) - ຕອນ​ຄຳ່​ວັນ​ທີ 7/7, ພິທີ​ມອບ​ລາງວັນ ​ແລະ ອັດ​ງານ​ມະ​ໂຫລານ​ຮູບ​ເງົາ, ​ໂທລະພາບ​ກິລາ ​ແລະ ທ່ອງ​ທ່ຽວ​ສາກົນ​ຄັ້ງ​ທີ 6 ​ໄດ້​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ. ມີ​ຮູບ​ເງົາ 145 ​ເລື່ອງ ທີ່​ມາ​ຈາກ 24 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ. ທ່ານ Nguyen Xuan Vinh, ຜູ້ອຳນວຍການ​ສູນ​ຮູບ​ເງົາ​ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ໃຫ້​ຮູ້​ວ່າ:

      ”ນີ້​ແມ່ນ​ງານ​ມະ​ໂຫລານ​ທີ່​ມີ​ຮູບ​ເງົາ​ຫຼາຍ​ເລື່ອງ ​ແລະ ຫຼາຍ​ປະ​ເທດ​ເຂົ້າ​ຮ່ວມ. ຜົນງານ​ສູງ​ສຸດ​ຂອງ​ງານ​ມະ​ໂຫລານ​ຄັ້ງ​ນີ້​ແມ່ນ​ການ​ມີໜ້າ​ຂອງ​ບັນດາ​ສະມາຊິກ​ຂອງ​ສະຫະພັນ​ຮູບ​ເງົາ, ​ໂທລະພາບ​ກິລາ ​ແລະ ທ່ອງ​ທ່ຽວ​ສາກົນ​ເຂົ້າ​ຮ່ວມ, ນັບ​ທັງ​ອາຊີ, ​ເອີ​ລົບ, ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ອາ​ຟະ​ລິ​ກາ. ງານ​ມະ​ໂຫລານ​ບໍ່​ພຽງ​ແຕ່​ແນະນຳ​ກ່ຽວ​ກັບ​ຮູບ​ພາບ​ກິລາ​ເຖິງ​ເພື່ອນ​ມິດສາ​ກົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສຽງ​ເວົ້າ​ຂອງ​ຊາວ​ຫວຽດນາມ​ທີ່​ຝາກເຖິງ​ເພື່ອນ​ມິດສາ​ກົນ​ອີກ​ດ້ວຍ”

 

ຂ່າວ/ບົດ​ອື່ນ