ອັດປີມິດຕະພາບຫວຽດນາມ - ອິນເດຍ

ອັດປີມິດຕະພາບຫວຽດນາມ - ອິນເດຍ - ảnh 1
ພິທີ​ອັດ​ປີ​ມິ​ດຕະພາບ​ຫວຽດນາມ - ອິນ​ເດຍ 2012 ຢູ່ New Delhi
(ພາບ: VGP/Xuân Tuyến)

(vovworld) – ຕອນ​ຄຳ່​ວັນ​ທີ 9/1, ຢູ່ New Delhi, ​ໄດ້​ດຳ​ເນີນ​ພິທີ​ອັດ​ປີ​ມິ​ດຕະພາບ​ຫວຽດນາມ - ອິນ​ເດຍ 2012. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ລັດຖະມົນຕີການ​ຕ່າງປະ​ເທດ ​ຫວຽດນາມ ບູ໋ຍ​ແທງ​ເຊີນ ສະ​ແດງ​ຄວາມ​ຫວັງ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ອິນ​ເດຍ ​ໃນ​ບັນດາຂົງ​ເຂດ ​ເຊິ່ງ ອິນ​ເດຍ ມີ​ທ່າ​ແຮງ​ຄື: ການ​ສຶກສາ​ບຳລຸ​ງສ້າງ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ພິ​ເສດ​​ແມ່ນ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ເຕັກ​ໂນ​ໂລ​ຢີຊີວະ​ວິທະຍາ, ເຕັກ​ໂນ​ໂລ​ຢີນາ​ໂນ, ເຕັກ​ໂນ​ໂລຢີ​ນິວ​ເຄຼຍຮັບ​ໃຊ້​ຈຸດປະສົງ​ສັນຕິພາບ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ Sanjay Singh ສະ​ແດງ​ຄວາມ​ເພິ່​ງພໍ​ໃຈ​ຕໍ່​ຜົນ​ສຳ​ເລັດ​ຂອງ​ປີ ​ມິດຕະພາບ​ຫວຽດນາມ - ອິນ​ເດຍ 2012 ​ແລະ ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ ​ໃນ 40 ປີ​ທີ່​ຜ່ານ​ມາ, ​ເປັນ​ຕົ້ນ​ແມ່ນ​ນັບ​ແຕ່​ເວລາ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2007. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອິນ​ເດຍ ຖື​ວ່າ: ໝາກຜົນ​ອັນ​ຕັ້ງໜ້າ​ດັ່ງກ່າວ ຈະ​ສ້າງ​ທ່ວງທ່າ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ວັດທະນະທຳ​ການ​ສຶກສາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ໃຫ້​ດີ​ຍິ່ງ​ຂຶ້ນ​ອີກ.

ຂ່າວ/ບົດ​ອື່ນ