ອົດສະຕາລີ ຈະສະໜິດຕິດພັນກັບພາກພື້ນ ປາຊີຟິກ ກວ່າ

(VOVWORLD) -ລັດຖະບານໃໝ່ຂອງ ອົດສະຕາລີ ເອົາໃຈໃສ່ເປັນພິເສດເຖິງພາກພື້ນ ປາຊີຟິກ ແລະ ໃນໄລຍະຈະມາເຖິງ ຈະມີຄວາມມານະພະຍາຍາມຫຼາຍຢ່າງກວ່າ ເພື່ອຊຸກຍູ້ການພົວພັນລະຫວ່າງ ອົດສະຕາລີ ກັບພາກພື້ນນີ້.
ອົດສະຕາລີ ຈະສະໜິດຕິດພັນກັບພາກພື້ນ ປາຊີຟິກ ກວ່າ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຄົນໃໝ່ Penny Wong
(ພາບ: Brenton Edwards)

ວັນທີ 23 ພຶດສະພາ, ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຄົນໃໝ່ Penny Wong ໃຫ້ຮູ້ວ່າ, ລັດຖະບານໃໝ່ຂອງ ອົດສະຕາລີ ເອົາໃຈໃສ່ເປັນພິເສດເຖິງພາກພື້ນ ປາຊີຟິກ ແລະ ໃນໄລຍະຈະມາເຖິງ ຈະມີຄວາມມານະພະຍາຍາມຫຼາຍຢ່າງກວ່າ ເພື່ອຊຸກຍູ້ການພົວພັນລະຫວ່າງ ອົດສະຕາລີ ກັບພາກພື້ນນີ້. ໃນບົດກ່າວປາໄສທຳອິດໃນຖະນະຕຳແໜ່ງໃໝ່, ທ່ານນາງ Penny Wong ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ອົດສະຕາລີ ຈະມີການເຄື່ອນໄຫວຫຼາຍຢ່າງເພື່ອພ້ອມກັບບັນດາປະເທດໃນພາກພື້ນ ປະເຊີນໜ້າກັບສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໜູນຊ່ວຍການຟື້ນຟູພາຍຫຼັງໂລກລະບາດ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ການເດີນທະເລ; ທ່ານນາງກໍ່ຫວັງຢາກໄປຢ້ຽມຢາມບັນດາປະເທດຢູ່ພາກພື້ນ ປາຊີຟິກ ແລະ ເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ອົດສະຕາລີ ກັບບັນດາປະເທດ ປາຊີຟິກ ຈະປະກອບສ່ວນສ້າງພາກພື້ນທີ່ໝັ້ນຄົງເຂັ້ມແຂງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ