ອິດສະຣາແອນ ຖະແຫຼງ ກຽມພ້ອມໃຫ້ແກ່ບັ້ນຮົບທີ່ແກ່ຍາວ 30 ວັນພາຍຫຼັງບຸກໂຈມຕີ ອີຣານ
Pham Huan, ນັກຂ່າວ VOV ປະຈຳ ອີຢິບ -  
ພາບປະກອບ
(vovworld) – ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຂອງ ອິດສະຣາແອນ Matan Vilnai ຖະແຫຼງວ່າ: ປະເທດນີ້ໄດ້ກະກຽມໃຫ້ແກ່ບັ້ນຮົບທີ່ແກ່ຍາວ 30 ວັນໃນທຸກໆສະໜາມຮົບ ຖ້າຫາກປະເທດນີ້ຕົກລົງບຸກໂຈມຕີ ອີຣານ. ໃນການຕອບສຳພາດຕໍ່ໜັງສືພິມ Maariv ເມື່ອວັນທີ 15/8, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Matan Vilnai ເວົ້າວ່າ: ອິດສະຣາແອນ ພ້ອມແລ້ວທີ່ຈະປະເຊີນໜ້າກັບທຸກໆຜົນຮ້າຍຢ້ອນຫຼັງ ຈາກການປະທະກັນກັບ ອີຣານ ແລະ ການບຸກໂຈມຕີໂຄງການນິວເຄຼຍຂອງປະເທດນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Matan Vilnai ກໍກ່າວເຕື່ອນວ່າ ທຸກໆການກະທຳດ້ານການທະຫານ ກໍຈະໄດ້ຮັບການຊັ່ງຊາຢ່າງຮອບຄອບຖີ່ຖ້ວນ ແລະ ຍາມໃດ ອິດສະຣາແອນ ກໍ່ຈະສົມທົບກັບ ອາເມລິກາ
Pham Huan, ນັກຂ່າວ VOV ປະຈຳ ອີຢິບ