(vovworld) - ອົງການຕຳຫຼວດນະຄອນນິວຢອດ (NYPD) ໃຫ້ຮູ້ວ່າ, ເຫດລະເບີດຢູ່ເຂດ Chelsea ຂຶ້ນກັບເມືອງໃຈກາງ Manhattan, ນະຄອນນິວຢອກ ໄດ້ເຮັດໃຫ້ຢ່າງໜ້ອຍສຸດ 29 ຄົນຮັບບາດເຈັບ, ໃນນັ້ນມີຜູ້ໜຶ່ງຖືກບາດເຈັບໜັກ. ເຫດລະເບີດນີ້ເກີດຂຶ້ນໃນເວລາປະມານ 20 ໂມງ 30 ນາທີ, ວັນທີ 17/09 (ຕາມເວລາທ້ອງຖິ່ນ). ທີ່ການປະຊຸມຂ່າວຢູ່ເຂດເກີດເຫດລະເບີດ, ເຈົ້າຄອງນະຄອນນິວຢອກ York Bill de Blasio ໃຫ້ຮູ້ວ່າ, ສະຫຼຸບໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ, ນີ້ແມ່ນການກະທຳດ້ວຍຄວາມຕັ້ງໃຈ , ແຕ່ໃນຈຸດເວລານີ້ບໍ່ມັນມີສັນຍານໃດກ່ຽວຂ້ອງເຖິງການກໍ່ການຮ້າຍ ແລະ ວິວັດການສືບສວນຍັງສືບຕໍ່ດຳເນີນຢູ່.
ໃນວິວັດແຫ່ງການສືບສວນ, ຕະຫຼວດນິວຢອກ ໄດ້ພົບເຫັນອຸປະກອນທີ່ເຮັດດ້ວຍມື້, ແມ່ນໝໍ້ຄວາມດັນ ຢູ່ໃກ້ກັບສະຖານທີ່ເກີດເຫດໃນເຂດ Chelsea, ມັນຄ້າຍຄືກັນກັບເຫດວາງລະເບີດຢູ່ການແຂ່ງຂັນກິລາແລ່ນແລະລານຢູ່ Boston, ລັດ Massachussett ເມື່ອປີ 2013. ປະຈຸບັນ, ກຳລັງຕຳຫຼວດ, ກຳລັງຕ້ານກໍ່ກາຍຮ້າຍ ແລະ ມ້າງທຳລາຍລະເບີດຂອງນະຄອນນິວຢອກ ພວມໄດ້ຮັບການລະດົມຢູ່ໃນລະດັບສູງສຸດເພື່ອລາດຕາເວັນຢູ່ສະຖານຈຸດສຸມເກືອບທັງໝົດຂອງນະຄອນ.