ອີຢີບສືບຕໍ່ຈັດການ ແຫ່ຂະບວນປະທ້ວງ
Ba Thi ນັກຂ່າວ VOV ປະຈຳອີຢີບ -  
(ພາບ: danviet.vn)
(vovworld)-ວັນທີ 5/8, ຊາວມຸດຊະລິມ ສະໜັບສະໜູນປະທານາທິບໍດີຜູ້ທີ່ຖືກໂຄ່ນລົ້ມ Mohamad Morsi ນັບພັນຄົນ ໄດ້ເດີນຂະບວນຢູ່ອ້ອມນະຄອນຫຼວງກາຍໂຣ, ເພື່ອຮຽກຮ້ອງຟື້ນຟູຕຳແໜ່ງໃຫ້ທ່ານ Mohamad Morsi ແລະ ກ່າວປະນາມກອງທັບທີ່ໄດ້ດຳເນີນການລັດຖະປະຫານ. ທີ່ການພົບປະຫ່ວາງແລ້ວນີ້ກັບຜູ້ຕາງໜ້າຂອງອາເມລິກາ, ອີຢູ, ຄະນະຜູ້ແທນສະໜັບສະໜູນທ່ານ MohamadMorsi ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະເຈລະຈາກັບບັນດານັກການເມືອງສະໜັບສະໜູນການໂຄ່ນລົ້ມປະທານາທິບໍດີ Mohamad Morsi. ແຕ່ເຖິງຢ່າງໃດກໍ່ຕາມ, ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ອງປະກາດວ່າ ເຂົາເຈົ້າພຽງແຕ່ຢາກໃຫ້ປະທານາ ທິບໍດີ Mohamad Morsi ໄດ້ຮັບການຟື້ນຟູຕຳແໜ່ງເທົ່ານັ້ນ. ມາຮອດປະຈຸບັນ, ຜູ້ສະໜັບສະໜູນປະທານາທິບໍດີຜູ້ທີ່ຖືກໂຄ່ນລົ້ມ Mohamad Morsi ນັບພັນຄົນຍັງເຕົ້າໂຮມກັນຢູ່ນະຄອນຫຼວງກາຍໂຣ ໃນຂະນະທີ່ລັດຖະບານເອີ້ນວ່າ ນີ້ແມ່ນການກະທຳນາບຂູ່ເຖິງຄວາມສະຫງົບປອດໄພແຫ່ງຊາດ ແລະ ຖະແຫຼງວ່າຈະຍຸບເລິກໂດຍໄວ. ລັດຖະບານຊົ່ວຄາວ ໄດ້ຖະແຫຼງວ່າ ຈະສ້າງກາລະໂອກາດໃຫ້ບັນດາຜູ້ໄກ້ເກ່ຍ ແຕ່ຍັງກ່າວເຕືອນວ່າ ເວລາບໍ່ມີຫຼາຍອີກ.
Ba Thi ນັກຂ່າວ VOV ປະຈຳອີຢີບ