ປະທານາທິບໍດີ ອີຢິບ ແລະ ຄູ່ຕຳແໜ່ງ ຝຣັ່ງ
(ພາບປະກອບ: AFP)
(vovworld) – ວັນທີ 8/5, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຢິບ Sameh Shoukry ມີການພົບປະຢູ່ ກາຍໂຣ ກັບທ່ານລັດຖະມົນຕີວ່າການກະຊວງຮັບຜິດຊອບການພົວພັນລັດຖະສະພາຂອງ ຝຣັ່ງ Jean Marie Le Guen ເພື່ອພິຈາລະນາກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍ ແລະ ບາງບັນຫາພາກພື້ນ. 2 ຝ່າຍເຫັນດີເປັນເອກະສັນຕ້ອງສືບຕໍ່ໍ່ຊຸກຍູ້ການພົວພັນ 2 ຝ່າຍໃນທຸກໆຂົງເຂດ, ພິເສດແມ່ນເສດຖະກິດ, ການທະຫານ ແລະ ການຮ່ວມມືລັດຖະສະພາ. 2 ຝ່າຍກໍ່ສະຫງວນເວລາເພື່ອເຕື້ອງເຖິງບັນດາວິກິດການຢູ່ເຂດ ຕາເວັນອອກກາງ ແລະ ອາບຟຣີກາ ເໜືອ, ໃນນັ້ນສຸມໃສ່ເຂົ້າບັນດາການຜັນແປຫຼ້າສຸດຢູ່ ລີບີ ແລະ ຊີຣີ. ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ອີຢິບ Sameh Shoukry ໃຫ້ຮູ້ວ່າ: ໄລຍະຈະມາເຖິງ, 2 ຝ່າຍເພີ່ມທະວີການເຄື່ອນໄຫວຝືກສ້ອມດ້ານການທະຫານລວມ, ເພື່ອແນໃສ່ສົມທົບກັນຢ່າງມີປະສິດທິຜົນໃນບັ້ນຮົບຕ້ານກໍ່ການຮ້າຍ ກໍ່ຄືຕ້ານການເຄື່ອນໄຫວອົບພະຍົບຢ່າງຜິດກົດໝາຍ. ອີຢີບ ກໍ່ຄາດຄະເນຈະເຊັນສັນຍາຊື້ດາວທຽມການທະຫານຂອງ ຝຣັ່ງ. ສ່ວນທ່ານ ລັດຖະມົນຕີວ່າການ ຮັບຜິດຊອບການພົວພັນລັດຖະສະພາຂອງ ຝຣັ່ງ Jean Marie Le Guen ກໍ່ປາດຖະໜາຢາກຍູ້ແຮງການເຄື່ອນໄຫວແລກປ່ຽນນັກຊ່ຽວຊານລະຫວ່າງອົງການລັດຖະສະພາ 2 ປະເທດ.