ອາຊຽນ-ຍີ່ປຸ່ນສຸມໃສ່ ຜັນຂະຫຍາຍບັນດາ ຂໍ້ຕົກລົງຮ່ວມມືລະ ຫວ່າງສອງຝ່າຍຢ່າງ ມີປະສິດທິຜົນ


ອາຊຽນ-ຍີ່ປຸ່ນສຸມໃສ່ ຜັນຂະຫຍາຍບັນດາ ຂໍ້ຕົກລົງຮ່ວມມືລະ ຫວ່າງສອງຝ່າຍຢ່າງ ມີປະສິດທິຜົນ - ảnh 1

(ພາບປະກອບ)

(vovworld)-  ​ວັນ​ທີ 14/12, ຢູ່​ໂຕ​ກຽວ ປະ​ເທດ​ຍີ່ປຸ່ນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ​ຫງວຽນ​ເຕີນ​ຢຸງ​ ​​ພ້ອມ​ດ້ວຍ​ບັນດາ​ການ​ນຳ​ອາ​ຊຽນ ​ແລະ ຍີ່ປຸ່ນ ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ຄູ່​ເຈລະຈາ​ອາ​ຊຽນ-ຍີ່ປຸ່ນ.

  ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ​ອາ​ຊຽນ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ​ແລະ ການ​ໜູນ​ຊ່ວຍ​ສຳຄັນ​ຂອງ​ຍີ່ປຸ່ນ ສະຫງວນ​ໃຫ້​ອາ​ຊຽນ ​ໃນ​ການ​ຮ່ວມ​ມື, ສ້າງ​ປະຊາ​ຄົມ, ຮັດ​ແຄບ​ຊ່ອງ​ວ່າງ​ໃນ​ການ​ພັດທະນາ​ກໍ່​ຄື​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ​ໄດ້ຢືນຢັນ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດບົນ​ພື້ນຖານ 5 ຫຼັກການ, ​ໃນ​ນັ້ນ, ​ເນັ້ນໜັກ ​ແລະ ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ອາ​ຊຽນ ​ໃນ​ທຸກ​ດ້ານ, ສະໜັບ​ສະ​ຫນູນບົດບາດ​ໃຈ​ກາງຂອງ​ອາ​ຊຽນ ​ໃນ​ພາກ​ພື້ນ.

   ສິ້ດສຸດ​ກອງ​ປະຊຸມ,  ບັນດາ​ການ​ນຳ​ອາ​ຊຽນ ​ແລະ ຍີ່ປຸ່ນ ​ໄດ້​ຮັບຮ​ອງ​ເອົາ​ຖະ​ແຫຼ​ງການ​ວິ​​ໄສ​ທັດກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ-ຍີ່​ປຸ່ນ, ​ແຜນ​ການ​ຜັນ​ຂະຫຍາຍ​ຖະ​ແຫຼ​ງການ​ວິ​ໄສ​ທັດ ​ແລະ ຖະ​ແຫຼ​ງການ​ຮ່ວມ​ອາ​ຊຽນ-ຍີ່ປຸ່ນ ກ່ຽວ​ກັບ​ການ​ຮ່ວມ​ມື​ຮັບ​ມື​ກັບ​ບັນດາ​ບັນຫາ​ພາກພື້ນ ​ແລະ ທົ່ວ​ໂລກ, ວາງ​ອອກ​ບັນດາ​ການ​ກຳນົດ​ທິດ​ໃຫ່ຍ ​ແລະ ບັນດາ​ມາດ​ຕະການ​ຜັນ​ຂະຫຍາຍ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ອາ​ຊຽນ-ຍີ່ປຸ່ນ ​ເພື່ອ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ສະຖຽນລະ​ພາບ, ວັດທະນະ​ຖາວອນ​ຢູ່​ພາກ​ພື້ນ./.

ຂ່າວ/ບົດ​ອື່ນ