ອາບການິສະຖານດັບສູນພວກກະບົດຕາລີບານນັບສິບຄົນ
ທະຫານອາບການິສະຖານ (ພາບ: AP)
(vovworld) - ວັນທີ 28/2, ໂຄສົກກອງທັບຢູ່ແຂວງ Baghlan ທາງພາກເໜືອ ອາບການິສະຖານ, ທ່ານ Ahmad Jawed Salim ໃຫ້ຮູ້ວ່າ, ພວກກະບົດ ຕາລີບານ 22 ຄົນຖືກດັບສູນໃນການປະທະກັນຢ່າງຮ້າຍແຮງຢູ່ແຂວງນີ້ໃນຕະຫຼອດ 24 ຊົ່ວໂມງຜ່ານມາ, ລັດຖະບານ ອາບການິສະຖານ ໄດ້ປຸກລະດົມບັ້ນຮົບບຸກໂຈມຕີຄັ້ງໃຫຍ່ໃນກາງເດືອນ 1 ຜ່ານມາ ເພື່ອດັບສູນພວກກະບົດ ຕາລີບານ ແລະ ຟື້ນຟູການຄວບຄຸມຂອງອຳນາດການປົກຄອງຢູ່ສອງເມືອງທີ່ຖືກຖືວ່າເປັນຖານທີ່ໝັ້ນຂອງ ຕາລີບານຢູ່ແຂວງ Baghlan. ໃນວັນດຽວກັນ, ເຈົ້າແຂວງ Faryab ຢູ່ພາກເໜືອ ອາບການິສະຖານ, ທ່ານ Sayyed Anwar Saadat ໃຫ້ຮູ້ວ່າ, ມີມືປືນ ຕາລີບານປະມານ 130 ຄົນ ໄດ້ປະລະການໃຊ້ຄວາມຮຸນແຮງ ແລະ ຍອມຈຳນົນອຳນາດການປົກຄອງນີ້. ຕາມວົງການເຈົ້າໜ້າທີ່ ອາບການິສະຖານ, ມາຮອດປະຈຸບັນໄດ້ມີພວກກະບົດ ຕາລີບານ ກວ່າ 10.000 ຄົນປະອາວຸດ ແລະ ເຂົ້າຮ່ວມວິວັດທະນາການສັນຕິພາບ ແລະ ປອງດອງຊາດເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານໃນ 6 ປີຜ່ານມາ.