ອາເມລິການຳຫນ້າບັນດາຕະຫລາດນຳເຂົ້າສິນໃນນ້ຳຂອງຫວຽດນາມ

ອາເມລິການຳຫນ້າບັນດາຕະຫລາດນຳເຂົ້າສິນໃນນ້ຳຂອງຫວຽດນາມ - ảnh 1
ພາບ​ປະ​ກອບ:internet

(vovworld)-​ ຕາມ​ຕົວ​ເລກ​ຫລ້າ​ສຸດ​ຈາກ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ​ໃຫ້​ຮູ້​ວ່າ: ມູນ​ຄ່າ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ​ໃນ​ເດືອນ 3/2015 ຄາດ​ວ່າ​ບັນ​ລຸ 417 ລ້ານ USD. ​ໃນ​ຈຳ​ນວນ​ບັນ​ດາ​ຕະ​ຫລາດ​ນຳ​ເຂົ້າ​ສິນ​ໃນ​ນ້ຳ​ຂອງ​ຫວຽດ​ນາມ, ອາ​ເມ​ລິ​ກາ ສືບ​ຕໍ່​ແມ່ນ​ຕະ​ຫລາດ​ນຳ​ຫນ້າ, ກວມກວ່າ 18% ຍອດ​ມູນ​ຄ່າ​ກາ ນ​ສົ່ງ​ອອກ. ຕາມ​ສະ​ຫະ​ສະ​ມາ​ຄົມ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດ​ນາມ​ແລ້ວ, ມີ​ສັນ​ຍານ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ​ໃຫ້​ແກ່​ການ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດ​ນາມ​ເຂົ້າ​ຕະ​ຫລາດ​ອາ​ເມ​ລິ​ກາ ນັ້ນ​ແມ່ນ ໝາກ​ຜົນ​ເບື້ອງ​ຕົ້ນ​ໃນ​ການ​ພິ​ຈາ​ລະ​ນາ​ບໍ​ລິ​ຫານ​ພາ​ສີ​ຕ້ານ​ການ​ຂາຍ​ບຸບ​ລາ​ຄາ​ໄລ​ຍະ​ຫລ້​າ​ສຸດ ດ້ວຍ​ອັດ​ຕາ​ພາ​ສີ​ຫລຸດ​ລົງ​ຢ່າງ​ແຮງ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ກຸ້ງ​ຂອງ​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ ຄ່າ​ສະ​ກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ​ສືບ​ຕໍ່​ເພີ່ມ​ຂຶ້ນ ສະ​ນັ້ນ ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ​ຕະ​ຫລາດ​ອາ​ເມ​ລິ​ກາ.  

 

 

ຂ່າວ/ບົດ​ອື່ນ