ອາເມລິກາອາດຈະສະໜອງອາວຸດໃຫ້ກອງທັບຢູແກຼນ

ອາເມລິກາອາດຈະສະໜອງອາວຸດໃຫ້ກອງທັບຢູແກຼນ - ảnh 1
(ພາບປະກອບ: TTXVN)

(vovworld) – ອຳນາດ​ການ​ປົກຄອງ​ຂອງ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ອາດ​ຈະ​ສະໜອງ​ອາວຸດ​ໃຫ້​ກອງທັບ​ຢູ​ແກຼນ  ທີ່​ພວມ​ທຳ​ການ​ສູ້​ຮົບ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ. ກ່າວ​ຄຳ​ເຫັນ​​ໃນ​ວັນ​ທີ 21/02, ພາຍຫຼັງ​ການ​ເຈລະຈາ​ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງອັງກິດທ່ານ Philip Hammond,  ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ພວມ​ຢູ່​ຢ້ຽມຢາມ ລອນ​ດອນ ​ໃຫ້​ຮູ້​ວ່າ, ​ໃນ 2 - 3 ວັນ​ຈະ​ມາ​ເຖິງ, ທ່ານ​ປະທານາທິບໍດີ Obama ຈະ​ຕັດສິນ​ບັນດາ​ບາດກ້າວ​ຕໍ່​ໄປ ​ເພື່ອ​ແກ້​ໄຂ​ການ​ປະ​ທະກັນ​ດ້ານ​ການ​ທະຫານ​ຢູ່​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ ​ແລະ ອາດ​ຕົກລົງ​ບາງ​ບັນຫາ, ລວມທັງ​ການ​ສະໜອງ​ອາວຸດ​ໃຫ້​ກອງທັບກີ​ແອບ ກໍ່​ຄື​ຮັດ​ແໜ້​ນບັນດາ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ