ອາເມລິກາ ຢັ້ງຢືນຄຳໝັ້ນສັນຍາຍາວນານກັບ ອາຊຽນ

(VOVWORLD) -  ວັນທີ 11 ກັນຍາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ອອກຖະແຫຼງການຢັ້ງຢືນຄຳໝັ້ນສັນຍາຍາວນານຂອງ ອາເມລິກາ ສຳລັບ ອາຊຽນ. 
ອາເມລິກາ ຢັ້ງຢືນຄຳໝັ້ນສັນຍາຍາວນານກັບ ອາຊຽນ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo (ພາບ:  AFP/TTXVN)

  ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ໃຫ້ຮູ້ວ່າ: ອາເມລິກາ ແມ່ນປະເທດທີ່ເປັນເພື່ອນມິດຂອງບັນດາປະເທດສະມາຊິກ ອາຊຽນ ມາໄດ້ຫລາຍປີ ແລະ ໃນນາມສ່ວນຕົວທ່ານໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ອາເມລິກາ ສຳລັບບົດບາດຂອງ ອາຊຽນ ຢູ່ພາກພື້ນ ອິນເດຍ - ປາຊີຟິກ.

        ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຢືນຢັນວ່າ ອາເມລິກາ ຈະຮຽງບ່າຮຽງໄຫລ່ພ້ອມກັບບັນດາຄູ່ຮ່ວມມື ອາຊຽນ ໃນການຮັກສາ, ເຄົາລົບກົດໝາຍ ແລະ ອະທິປະໄຕຢູ່ທະເລຕາເວັນອອກ. ທ່ານ Mike Pompeo ກໍ່ຢືນຢັນວ່າ ອາເມລິກາ ສະໜັບສະໜູນການເຕີບໂຕເສດຖະກິດແບບເປີດອົກເປີດໃຈ ແລະ ອີງໃສ່ກົດໝາຍ, ກົງກັນຂ້າມກັບບັນດາການເຄື່ອນໄຫວດຳເນີນທຸລະກິດແບບບໍ່ໂປ່ງໃສຂອງບັນດາບໍລິສັດແຫ່ງລັດ ຈີນ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ເນັ້ນໜັກວ່າ ອາເມລິກາ ຈະຮຽງບ່າຮຽງໄຫລ່ພ້ອມກັບບັນດາຄູ່ຮ່ວມມື ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ຟື້ນຟູເສດຖະກິດພາກພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ