ອຳນາດການປົກຄອງທະຫານ ນີເຊ ບົ່ງຕົວຜູ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ
(VOVWORLD) - ວັນທີ 7 ສິງຫາ, ອຳນາດການປົກຄອງທະຫານຢູ່ ນີເຊ ແຈ້ງໃຫ້ຊາບກ່ຽວກັບການບົ່ງຕົວທ່ານ Ali Mahaman Lamine Zeine ດຳລົງຕຳແໜ່ງ ນາຍົກລັດຖະມົນຕີ.
ທ່ານ Ali Mahaman Lamine Zeine (ພາບເອກະສານ: AFP/TTXVN) |
ແຈ້ງການສື່ມວນຊົນ ທີ່ໄດ້ອອກທາງໂທລະພາບແຫ່ງຊາດ ນີເຊ ໃຫ້ຮູ້ວ່າ ທ່ານ Ali Mahaman Lamine Zeine ເຄີຍດຳລົງຕໍາແໜ່ງ ລັດຖະມົນຕີການເງິນ ນັບແຕ່ປີ 2002 – 2010, ໃນສະໄໝທ່ານອະດີດປະທານາທິບໍດີ Mamadou Tandja. ອຳນາດການປົກຄອງທະຫານ ຢູ່ ນີເຊ ກໍບົ່ງຕົວ ພັນຕີ Habibou Assoumane ດຳລົງຕຳແໜ່ງເປັນຜູ້ບັນຊາການກຳລັງອາລັກຂາປະທານາທິບໍດີຄົນໃໝ່.
ໃນຂະນະນັ້ນ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Victoria Nuland ໄດ້ມີການພົບປະກັບວົງການນາຍທະຫານຂອງ ນີເຊ. ເຖິງຢ່າງໃດກໍຕາມ, ຄຳຮຽກຮ້ອງຂອງທ່ານນາງ Nuland ໄດ້ຍົກອອກມາກ່ຽວກັບເລື່ອງພົບປະປະທານາທິບໍດີຖືກໂຄ່ນລົ້ມ Mohamed Bazoum ແລະ ການນຳອຳນາດການປົກຄອງທະຫານ, ນາຍພົນ Abdourahamane Tiani, ລ້ວນແຕ່ບໍ່ຍອມຮັບ. ການເດີນທາງໄປປະຕິບັດງານຢູ່ ນີເຊ ຂອງທ່ານນາງ Nuland ບໍ່ຖືກອອກຂ່າວ ຈົນຮອດເວລາທ່ານນາງເດີນທາງອອກຈາກປະເທດ ອາຟະລິກາຕາເວັນຕົກນີ້.
ກໍໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກໍສະແດງຄວາມວິຕົກກັງວົນຕໍ່ການຜັນແປຫຼ້າສຸດຢູ່ ນີເຊ.