ຮູງກາຣີ ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພາກພືນ ແລະ ຢູ່ໃນໂລກ

ຮູງກາຣີ ຕີລາຄາສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພາກພືນ ແລະ ຢູ່ໃນໂລກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ໄປຢ້ຽມຢາມ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Paks
(ພາບ: VGP/Từ Lương)

 (vovworld) – ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ຮູ​ງກາຣີ ​ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 28 – 31/7 ຕາມ​ຄຳ​ເຊື້ອ​ເຊີນ​ຂ​ອງລັດຖະບານ​ປະ​ເທດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ມີ​ການ​ພົບປະ​ກັບ​ຜູ້​ຮັກສາການ​​ປະທານ​ສະພາ​ແຫ່ງ​ຊາດ ທ່ານ Istvan Jakab, ​ເຈລະຈາ​ກັບ​ທ່ານ ຮອງ​ນາຍົກລັດຖະມົນຕີ ຮູ​ງກາ​ຣີ Zsolt Semjen, ຢ້ຽມຢາມ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Paks, ມະຫາວິທະຍາ​ໄລ ​ເຕັກນິກ ​ແລະ ​ເສດຖະກິດ ບູດາ​ແປດ, ຢ້ຽມຢາມ​ສະຖານ​ທູດ ຫວຽດນາມ ​ແລະ ພົບ​ປະ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ຮູ​ງກາ​ຣີ.

        ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, ການ​ນຳ ຮູ​ງກາຣີ ຕີ​ລາຄາ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ໃນ​​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ, ການ​ສຶກສາ.​.​​. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຂໍ​ຂອບ​ອົບ​ຂອບ​ໃຈ ຮູ​ງກາຣີ ທີ່​ໄດ້​ຖື ຫວຽດນາມ ​ເປັນ​ຄູ່​ຮ່ວມ​ມື​ບຸລິມະສິດ​ໃນ​ນະ​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ​ສາກົນ (ODA), ຢືນຢັນ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ເພື່ອໃຫ້​​ບັນດາ​ວິ​ສາ​ຫະກິດ​ຮູ​ງກາຣີ ​ເພີ່ມທະວີ​ການ​ພົວພັນ​ທາງ​ດ້ານ​ການ​ຄ້າ - ການ​ລົງທຶນ ກັບ ຫວຽດນາມ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ນັກ​ສຶກສາ, ນັກຮຽນ ຫວຽດນາມ ​ໄປ​ຮຳ່ຮຽນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, 2 ຝ່າຍ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸ​ດ​ໃນ​ຂົງ​ເຂດ​ນິວ​ເຄຼຍ​ເພື່ອ​ຈຸດປະສົງສັນຕິພາບ, ຕາມ​ນັ້ນ​ແລ້ວ, ລັດຖະບານ ຮູ​ງກາຣີ ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ແຕ່ລະ​ປີ​ຈະສະໜອງທຶນ​ການ​ສຶກສາ​ໃຫ້​ນັກ​ສຶກສາ ຫວຽດນາມ 40 ຄົນ.

 

 

ຂ່າວ/ບົດ​ອື່ນ