ກອງປະຊຸມສະໄຫມສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ
ຊຸດທີ 14
|
(vovworld)- ວັນທີ 25/10, ໃນຂອບເຂດກອງປະຊຸມສະໄຫມສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສະມາຄົມ, ມີຫລາຍຄຳເຫັນໄດ້ເຕື້ອງເຖິງສິດສ້າງຕັ້ງສະມາຄົມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເລື່ອງສະມາຄົມຮ່ວມສຳພັນ, ເຂົ້າຮ່ວມບັນດາສະມາຄົມຕ່າງປະເທດ, ຮັບເງິນອຸປະຖຳຂອງຕ່າງປະເທດ.
ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍ, ທ່ານ ຫງວຽນຊີ້ເກືອງ, ສະມາຊິກສະພາແຫ່ງຊາດ ແຂວງ ນີງທ້ວນ ຖືວ່າ: ຮ່າງກົດໝາຍໄດ້ນຳໃຊ້ສຳລັບສະມາຄົມຂອງພົນລະເມືອງຫວຽດນາມ, ແລະ ກຳນົດ ສະມາຄົມຕ້ອງຕັ້ງສຳນັກງານຢູ່ຫວຽດນາມ ແມ່ນບໍ່ທັນເໝາະສົມ. ຄວາມຈິງ ມີສະມາຄົມຫລາຍແຫ່ງຂອງວົງຄະນາຍາດຊາວຫວຽດນາມ ໄດ້ຮັບອະນຸຍາດເຄື່ອນໄຫວຢູ່ຕ່າງປະເທດ ປະຈຸບັນ ພວມເຄື່ອນໄຫວ ແລະ ມີການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາຂອງປະເທດຊາດ. ສະນັ້ນ ສະມາຊິກສະພາແຫ່ງຊາດ ຫງວຽນຊີ້ເກືອງ ສະເຫນີ ຄວນຄິດໄລ່ຊັ່ງຊາເລື່ອງຕັ້ງສຳນັກງານສະມາຄົມຢູ່ຫວຽດນາມ ຄືລະບຸໄວ້ໃນຮ່າງກົດໝາຍ.