ຮອງນາຍົກລັດຖະມົນຕີຟ້າມບິ່ງມິງເຈລະຈາກັບລັດຖະມົນຕີວ່າການ
ກະຊວງການຕ່າງປະເທດສະວິດ
(ພາບ: VGP/Hải Minh) |
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະວິດ Didier Burkhalter ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 1 – 2/6/2015. ທີ່ການເຈລະຈາໃນຕອນເຊົ້າວັນທີ 2/6, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສະວິດ Didier Burkhalter ຢັ້ງຢືນວ່າລັດຖະບານ ສະວິດ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືທີ່ມີປະສິດທິຜົນ ແລະ ເຂັ້ມແຂງກັບ ຫວຽດນາມ. 2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສືບຕໍ່ຜັນຂະຫຍາຍບັນດາກົນໄກໂອ້ລົມສົນທະນາກ່ຽວກັບດ້ານການເມືອງທີ່ມີຢູ່ແລ້ວລະຫວ່າງກະຊວງການຕ່າງປະເທດ 2 ປະເທດ, ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2016. 2 ຝ່າຍສົ່ງເສີມ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນ 2 ປະເທດເພີ່ມທະວີການພົບປະ, ຊອກຮູ້ຕະຫຼາດ, ເຊື່ອມຕໍ່ການຮ່ວມມື, ພິເສດແມ່ນໃນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ ແລະ ເຊັນອະນຸສັນຍາປັບປຸງສົນທິສັນຍາຂົນສົ່ງດ້ານການບິນ ຫວຽດນາມ - ສະວິດໂດຍໄວ. ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດຄື:ສຶກສາ - ບຳລຸງສ້າງ, ວິທະຍາສາດ, ເຕັກໂນໂລຢີ, ສາທາລະນະສຸກ ແລະ ວັດທະນະທຳ, ການທ່ອງທ່ຽວເພື່ອແນໃສ່ຂຸດຄົ້ນບັນດາທ່າແຮງຂອງແຕ່ລະປະເທດກໍ່ຄືເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ການການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມການຄ້າເສລີ ເອີລົບ (EFTA) ໃຫ້ສຳເລັດ, ສ້າງຂອບເຂດສະດວກເປີດກ້ວາງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ.
ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍແບ່ງປັນຄວາມວິຕົກວັງວົນຕໍ່ກັບບັນດາການຜັນແປມໍ່ໆມານີ້, ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັບປະກັນສັນຕິພາບ, ສະຖຽນລະພາບ, ຮັກສາຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການການເດີນທະລ, ການບິນບົນທະເລຕາເວັນອອກ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ກໍ່ຄືຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ.