(vovworld) - ຕອນຄໍ່າວັນທີ 25/2, ທີ່ການຕ້ອນຮັບທ່ານ Park Soo-kwan, ຫົວໜ້າກິຕິມະສັກກົງສູນໃຫຍ່ ຫວຽດນາມ ປະຈຳ Busan, ເກົາຫຼີ, ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ເນັ້ນໜັກວ່າການຢ້ຽມຢາມຂອງທ່ານ Park Soo-kwan ມີຄວາມໝາຍສຳຄັນໃນສາຍພົວພັນຮ່ວມມືຍຸດທະສາດ ຫວຽດນາມ - ເກົາຫຼີ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງທ່ານ Park Soo-kwan ໃນການເຊື່ອມຕໍ່ ແລະ ຊຸກຍູ້ສາຍພົວພັນຮ່ວມມືມິດຕະພາບລະຫວ່າງສອງຊາດ, ໃນບັນດາຂົງເຂດຄື ເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ສັງຄົມ, ສຶກສາ ແລະ ບຳລູງສ້າງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ປາດຖະໜາວ່າໃນໄລຍະຈະມາເຖີງ, ທ່ານ Park Soo-kwan ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ການພັດທະນາສາຍພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ເກົາຫຼີ ແລະ ໃຫ້ການຊ່ວຍເຫຼືອປະຊາຄົມຊາວ ຫວຽດນາມ ຢູ່ ເກົາຫຼີ. ທ່ານ Park Soo-kwan ປາດຖະໜາວ່າ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂສະດວກສະບາຍເພື່ອໃຫ້ວິສະຫະກິດ ເກົາຫຼີ ລົງທຶນຢ່າງມີປະສິດທິຜົນຢູ່ ຫວຽດນາມ. ທ່ານໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເກົາຫຼີ.