ຮອງນາຍົກລັດຖະມົນຕີ Hoang Trung Hai ເຂົ້າຮ່ວມພິທີເລີ່ມລົງມື ກໍ່ສ້າງຂົວ ໄຊງ່ອນ 2

ຮອງນາຍົກລັດຖະມົນຕີ Hoang Trung Hai ເຂົ້າຮ່ວມພິທີເລີ່ມລົງມື ກໍ່ສ້າງຂົວ ໄຊງ່ອນ 2 - ảnh 1
ພິທີເລີ່ມລົງມືກໍ່ສ້າງຂົວ ໄຊງ່ອນ 2
(ພາບ: Thanh Van)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/4, ຄະນະ​ກຳມະການ​ປະ​ຊາ​ຊົນ​ນະຄອນ ​ໂຮ່ຈີມ​ິນ ​ໄດ້ຈັດ​ຕັ້ງ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ຂົວ ​ໄຊ​ງ່ອນ 2. ຂົວ​ໄຊ​ງ່ອນ 2 ​ໄດ້​ຮັບ​ການ​ກໍ່ສ້າງ​ມີ​ລວງ​ຍາວ​ເກືອບ 990 ມ, ກ້ວາງ​ 23,5 ມ. ຍອດ​ເງິນ​ລົງທຶນ​​​ໃຫ້ແກ່​ກິດຈະກຳ​ນີ້ ຄາດ​ວ່າ​​ເກືອບ 1,5 ພັນ​ຕື້​ດົ່ງ. ພາ​ຍຫຼັງ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ຂົວ​ໄຊ​ງ່ອນ 2 ຈະ​ປະກອບສ່ວນ​​ແກ້​ໄຂ​ສະພາບ​​ລົດ​ຕິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ທາງ​ຄົມມະນາຄົມ​ຢູ່​ທິດ​ຕາ​ເວັນ​ອອກ​ສ່ຽ​ງເໜືອ, ​ເໝາະສົມ​ກັບ​ແຜນ​ກຳນົດ​ພັດທະນາ​ຄົມມະນາຄົມ​ຂົນ​ສົ່ງ​ນະຄອນ​ໂຮ່ຈີ​ມິນ​ ຮອດ​ປີ 2020 ​ແລະ ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມຂອງ​ນະຄອນ ​ແລະ​ ​ເຂດ​ເສດຖະກິດ​ຈຸດ​ສຸມ​ພາກ​ໃຕ້. ກ່າວ​ຄຳ​ເຫັນ​ຊີ້ນ​ຳພິທີ​ລົງ​ມືກໍ່ສ້າງ, ທ່າ​ນຮອງ​ນາຍົກລັດຖະມົນຕີ Hoang Trung Hai ຊີ້​ແຈງ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​​ເຈົ້າ​ຂອງລົງທຶນ, ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ກໍ່ສ້າງ ຍົກ​ສູງ​ນ້ຳ​ໃຈ​ຮັບຜິດຊອບ, ປະຕິບັດ​ຕາມ​ການ​ອອກ​ແບບ, ຮັບປະກັນ​ຄຸນ​ນະພາ​ບກິດ​ຈະ​ກຳ​ສາມາດ​ນ້ຳ​ໃຊ້​ໄດ້​ໃນ​ເວລາ 100 ປີ. ພິ​ເສດ, ກິ​ດຈະ​ກຳນີ້​ແມ່ນ​ຕັ້ງ​ຢູ່​ນະຄອນ​ໂຮ່ຈີ​ມິ​ນ ​ເຊິ່ງ​ແມ່ນ​ນະຄອນ​ນຳ​ໜ້າດ້ານ​ເສດຖະກິດ​ຂອງທົ່ວ​ປະ​ເທດ, ດັ່ງ​ນັ້ນພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​​ເຈົ້າ​ຂອງ​ລົງທຶນບັນດາ​ນັກ​ປະ​ມຸນ ຮັບປະກັນ​ສະຖາປັດ​ຕະຍະ​ກຳ ​ແລະ ຄຸນ​ນະພາ​ບກິດຈະກຳ”

 

ຂ່າວ/ບົດ​ອື່ນ