(ພາບ: Thống Nhất-TTXVN)
|
(vovworld) – ຕອນບ່າຍວັນທີ 23/3, ທີ່ສຳນັກງານປະທານປະເທດ, ທ່ານນາງ ຫງວຽນທິຢວານ, ຮອງປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນ ທີ່ດີເດັ່ນຂອງ ກຳລັງຕຳຫຼວດ ແລະ ກອງທັບປະຊາຊົນ ຫວຽດນາມ. ທີ່ການພົບປະສັງສັນ, ທ່ານນາງ ຫງວຽນທິຢວານ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງກຳລັງຕຳຫຼວດ, ກອງທັບເວົ້າລວມ ແລະ ຖັນແຖວຊາວໜຸ່ມໃນກຳລັງເວົ້າສະເພາະ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ກຳລັງສະມາຊິກຊາວໜຸ່ມ, ຊາວໜຸ່ມຕຳຫຼວດ, ກອງທັບ ສືບຕໍ່ຮັກສາຄຸນນະທາດດ້ານການເມືອງໃຫ້ໝັ້ນຄົງໜັກແໜ້ນ, ມີຫົວຄິດປະດິດສ້າງ. ພ້ອມທັງຍົກສູງຈິດໃຈຮັບໃຊ້ປະຊາຊົນ, ສຸດຈິດສຸດໃຈເພື່ອວຽກງານ, ຍົກສູງເຈດຈຳນົງ, ຄວາມກ້າຫານ, ມີໄຫວພິບ, ຫວາດຫວັ່ນຕໍ່ຄວາມທຸກຍາກລຳບາກ, ພ້ອມແລ້ວເສຍສະຫຼະຊີວິດເພື່ອຜືນແຜ່ນດິນອັນຄົບຖ້ວນ, ເພື່ອຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ.