ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເຈລະຈາ
ທ່ານຮອງປະທານສະພາສູງ ຍີ່ປຸ່ນ Koshiishi Azuma
(ພາບ: ThanhNguyen)
(vovworld) - ຕອນບ່າຍວັນທີ 14/12 ຢູ່ຮ່າໂນ້ຍ, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ນຳໜ້າ ໄດ້ພົບປະເຈລະຈາກັບຄະນະສະມາຊິກສະພາສູງ ຍີ່ປຸ່ນ ໂດຍທ່ານຮອງປະທານສະພາສູງ ຍີ່ປຸ່ນ Koshiishi Azuma ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 14 – 16/12/2015. 2 ຝ່າຍໄດ້ແລກປ່ຽນເນື້ອໃນບາງຢ່າງກ່ຽວກັບການພົວພັນລະຫວ່າງ 2 ປະເທດ ແລະ 2 ສະພາແຫ່ງຊາດ; ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ການສ້າງລະບົບກົດໝາຍ, ການກໍ່ສ້າງຊັບພະຍາກອນມະນຸດ, ເຕັກໂນໂລຢີສູງ, ການມ້າງທຳລາຍລະເບີດບໍ່ທັນແຕກຫລັງສົງຄາມ, ການກຳຈັດທາດພິດສີສົ້ມ/ດີໂອຊີນ. 2 ຝ່າຍເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ຈະສົ່ງເສີມການແລກປ່ຽນຄະນະ, ຊຸກຍູ້ການພົບປະແລກປ່ຽນສະພາແຫ່ງຊາດໃຫ້ຫລາຍກ່ວາອີກ. ສະມາຊິກລັດຖະສະພາມິດຕະພາບລະຫວ່າງຊາດ ແລະ ບັນດາສະມາຊິກ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ວຽກງານວິຊາສະເພາະ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ.