ຮ່າໂນ້ຍໄຂວັນບຸນປື້ມປີ 2021
(VOVWORLD) -ຜູ້ອ່ານໜຸ່ມສາມາດອ່ານປື້ມກ່ວາ 2000 ຫົວດ້ວຍ 20 ພາສາຕ່າງກັນ ໃນການເຄື່ອນໄຫວ “ຄົ້ນຫາຫໍສະໝຸດດີຈີຕອນ” Let’s Read.
(ພາບ:qdnd.vn) |
ຕອນເຊົ້າວັນທີ 16 ເມສາ, ຫໍມະໝຸດແຫ່ງຊາດຫວຽດນາມ ໄດ້ໄຂວັນບຸນປື້ມປີ 2021 ດ້ວຍຫົວເລື່ອງ “ປື້ມ-ພາລະກຳພັດທະນາວັດທະນະທຳອ່ານ”. ບັນດາການເຄື່ອນໄຫວສົ່ງເສີມການອ່ານ ແລະ ພັດທະນາວັດທະນະທຳອ່ານໃນ ວັນບຸນປື້ມປີ 2021 ລວມມີການເຄື່ອນໄຫວທີ່ອຸດົມສົມບູນ ທີ່ສະຫງວນໃຫ້ທຸກເກັນອາຍຸ. ຜູ້ອ່ານໜຸ່ມສາມາດອ່ານປື້ມກ່ວາ 2000 ຫົວດ້ວຍ 20 ພາສາຕ່າງກັນ ໃນການເຄື່ອນໄຫວ “ຄົ້ນຫາຫໍສະໝຸດດີຈີຕອນ” Let’s Read. ໃນຊຸມວັນຈັດວັນບຸນ ຍັງມີການບໍລິຈາກ, ຮັບປື້ມອຸປະຖຳຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ສຳນັກພິມຈຳໜ່າຍ… ເພື່ອໜູນຊ່ວຍບັນດາຫໍສະໝຸດເຂດຫ່າງໄກສອກຫລີກ, ຫໍສະໝຸດປະສົບກັບຄວາມຫຍຸ້ງຍາກ… ບັນດາຮ້ານຂາຍປື້ມໄດ້ແນະນຳປື້ມນັບພັນຫົວ ທີ່ມີເນື້ອໃນອຸດົມສົມບູນ, ລາຄາບຸລິມະສິດ ພ້ອມກັບຂອງຕ້ອນທີ່ດູດດື່ມໃຈ. ແຕ່ວັນທີ 16-21 ເມສາ, ຫໍສະໝຸດແຫ່ງຊາດ ຈະຈັດຕັ້ງຫຼາຍການເຄື່ອນໄຫວສົ່ງເສີມການອ່ານ ແລະ ພັດທະນາວັດທະນະທຳອ່ານ.