ເກຼັກໂຈະເລື່ອງບົ່ງຕົວຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີໄວ້
ເກຼັກ ໂຈະເລື່ອງບົ່ງຕົວຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີໄວ້
(ພາບ: AFP/TTXVN)
(vovworld) - ເກຼັກ ໂຈະເລື່ອງບົ່ງຕົວຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີໄວ້ ໃນຂະນະທີ່ມີແຫຼ່ງຂ່າວເກີດການໂຕ້ຖຽງກັນພາຍໃນ, ກ່ອນການປຶກສາຫາລືກ່ຽວກັບລາຍການກູ້ຊ່ວຍປະເທດນີ້ຢູ່ບຣຸກແຊນ, ປະເທດແບນຊິກ, ເຊິ່ງດຳເນີນໃນວັນທີ 16/2. ໂຄສົກຂອງລັດຖະບານ ເກຼັກ Gabriel Sakellaridis ໃຫ້ຮູ້ວ່າ, ພັກກຳອຳນາດຊີຣີ ຈະແຈ້ງໃຫ້ຊາບກ່ຽວກັບຜູ້ສະໝັກຮັບເລືອກຕັ້ງຂອງພັກນີ້ພາຍຫຼັງສິ້ນສຸດກອງປະຊຸມສຳຄັນຂອງກຸ່ມບັນດາປະເທດນຳໃຊ້ສະກຸນເງິນເອີໂຣ ທີ່ປຶກສາຫາລືກ່ຽວກັບຄຳຮຽກຮ້ອງຂອງ ເກຼັກ ທີ່ທວງໃຫ້ພິຈາລະນາຄືນໂຄງການກູ້ຊ່ວຍໃຫ້ປະເທດນີ້. ທ່ານໃຫ້ຮູ້ຕື່ມອີກວ່າ, ເລື່ອງປະກາດຜູ້ສະໝັກຮັບເລືອກຕັ້ງເປັນປະທານາທິບໍດີດຳເນີນໃນວັນທີ 17/2, ກ່ອນທີ່ຈັດການເລືອກຕັ້ງຄັ້ງທຳອິດຢູ່ສະພາແຫ່ງຊາດ ເກຼັກ ໃນວັນທີ 18/2.