ເຈລະຈານະໂຍບາຍການປ້ອງກັນຊາດປະກອບສ່ວນປັບປຸງ,ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ

ເຈລະຈານະໂຍບາຍການປ້ອງກັນຊາດປະກອບສ່ວນປັບປຸງ,ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ - ảnh 1
ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ
​ຫວຽດ​ນາມ - ອາ​ເມ​ລິ​ກາ
photo:dangcongsan.vn

(vovworld)-​ ວັນ​ທີ 21/10 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຊາດ​ຫວຽດ​ນາມ - ອາ​ເມ​ລິ​ກາ ປີ 2014. ພົນ​ໂທ ຫງວຽນ​ຈີ​ວີ້ງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ. ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ ໂດຍທ່ານນາງ Amy Searight ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ, ຮັບ​ຜິດ​ຊອບ​ພາກ​ພື້ນ​ອາ​ຊີ​ໃຕ້ ແລະ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນຳ​ຫນ້າ. ທີ່​ການ​ເຈ​ລະຈາ, ສອງ​ຝ່າຍ ໄດ້​ແລກ​ປ່ຽນ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ແລະ ສຳ​ຫລວດກວດ​ຄືນ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ 5 ຂົງ​ເຂດ​ຊື່ງ​ລະ​ບຸ​ໄວ້​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ສອງ​ຝ່າຍ ແລະ ເຫັນ​ດີ​ເປັນ​ເອ​ກະ​ສັນ​ກັນ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ​ ​ບາງ​ຂົງ​ເຂດມີ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ມະ​ນຸດ​ສະ​ທຳ.​ສອງ​ຝ່າຍ​ຖື​ວ່າ ໄລ​ຍະ​ຈະ​ມາ​ເຖິງ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບາງ​ຂົງ​ເຂດ​ໃຫມ່​ຄື: ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມ​ະ​ນຸດ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ, ຮ່ວມ​ມື​ໃນ​ຂົງ​ເຂດ​ເສ​ນາ​ຮັກ, ກູ້​ຊ່ວຍ​ໄພ​ພິ​ບັດ​ທຳ​ມະ​ຊາດ, ກູ້​ໄພ​ກູ້​ຊີບ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ພົນ​ເອກ ຟູ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ກໍ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ​້​ແທນ​ອາ​ເມ​ລິ​ກາ. ນະ​ທີ່ນີ້, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ ຢືນ​ຢັນ​ໝາ​ກ​ຜົນ​ທີ່​ບັນ​ລຸ​ໄດ້​ຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ ຈະ​ປະ​ກອບ​ສ່ວນ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອ​າ​ເມ​ລິ​ກາກວ່າ​ອີກ.

ຂ່າວ/ບົດ​ອື່ນ