ທ່ານລັດຖະມົນຕີ ຟ້າມບິ່ງມິນ
ເຂົ້າຮ່ວມງານລ້ຽງຄະນະທູຕານຸທູດ
(ພາບ: cpv.org.vn)
(vovworld) - ເນື່ອງໃນໂອກາດບູນປີໃໝ່ ປີມະເສງ 2013, ຕອນຄໍ່າວັນທີ 01/02, ຢູ່ຮ້າໂນ້ຍ, ທ່ານ ຟ້າມບິ່ງມິງ ລັດຖະມົນຕີການຕ່າງປະເທດ, ທ່ານ ຮວ່າງຕ໋ວນແອງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ທ່ານ ຫງວຽນເທ໋ທາວ ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ພ້ອມກັບພັນລະຍາໄດ້ເປັນປະທານງານລ້ຽງບັນດາເອກອັກຄະລັດຖະທູດ, ອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ຫົວໜ້າສະຖານກົງສູນກິຕິມະສັກປະເທດຕ່າງໆ ປະຈຳຮ່າໂນ້ຍ. ກ່າວຄຳເຫັນທີ່ງານລ້ຽງ, ທ່ານລັດຖະມົນຕີ ຟ້າມບິ່ງມິນ ໄດ້ຫວນຄືນບັນດາຜົນງານຂອງຫວຽດນາມ ໃນ ປີຜ່ານມາ ແລະ ເນັ້ນໜັກເຖິງບົດບາດຂອງວຽກງານການຕ່າງປະເທດໃນການເປີດກວ້າງ ແລະ ປັບປຸງການພົວພັນຮ່ວມມືມິດຕະພາບກັບບັນດາປະເທດໃນພາກພື້ນ ແລະ ຢູ່ໃນໂລກ. ແລະກໍໃນວັນດຽວກັນ, ທ່ານ ເຈີ່ນດ້າຍກວາງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ມີການພົບປະຢ່າງສະໜິດແໜ້ນກັບບັນດາຜູ້ແທນທີ່ຕາງໜ້າອົງການປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ຕຳຫຼວດຂອງສະຖານທູດ ແລະ ອົງການຈັດຕັ້ງສາກົນຕ່າງໆຢູ່ຫວຽດນາມ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ຫວັງວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງກະຊວງຕໍ່າຫຼວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງປະເທດຕ່າງໆ, ອົງການຈັດຕັ້ງສາກົນນັບມື້ນັບໄດ້ຮັບການເພີ່ມທະວີ, ກ່າວເຂົ້າສູ່ລວງເລີກ, ມີປະສິດທິຜົນຢ່າງແທດຈິງ, ປະກອບສ່ວນສຳຄັນເຂົ້າໃນການຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທັງສັງຄົມຂອງແຕ່ລະປະເທດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນໂລກ.