ເປີດ​ນຳ​ໃຊ້​​ປະ​ຕູ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ຊຸກ​ຍູ້​ການ​ບໍ​ລິ​ຫານ​ຂໍ້​ມູນ​ເອ​ກະ​ສານ​ໃນ​ອົງ​ການ​ຂອງ​ລັດ

(VOVWORLD) -

ວັນທີ 31 ສິງຫາ, ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ ໄດ້ຈັດພິທີເປີດນຳໃຊ້ ປະຕູຖານຂໍ້ມູນແຫ່ງຊາດຂຶ້ນຢ່າງເປັນທາງການ. ນີ້ແມ່ນສູນສະໜອງຂໍ້ມູນໃນເຄືຍຄ່າຍອິນເຕີແນັດ ຮັບໃຊ້ການປະກາດຂໍ້ມູນເປີດ, ສະໜອງຂໍ້ມູນຂ່າວກ່ຽວກັບການແບ່ງປັນຂໍ້ມູນຂອງອົງການແຫ່ງລັດ; ສະໜອງບັນດາເອກະສານ, ການບໍລິການ, ເຄື່ອງມື, ການຂຸດຄົ້ນຂໍ້ມູນ ໂດຍບັນດາອົງການຂອງລັດປະກາດ.

ເປີດ​ນຳ​ໃຊ້​​ປະ​ຕູ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ຊຸກ​ຍູ້​ການ​ບໍ​ລິ​ຫານ​ຂໍ້​ມູນ​ເອ​ກະ​ສານ​ໃນ​ອົງ​ການ​ຂອງ​ລັດ - ảnh 1

(ພາບ: http://baochinhphu.vn)

 ປະຕູຖານຂໍ້ມູນແຫ່ງຊາດໄດ້ສ້າງຂຶ້ນ ດ້ວຍເປົ້າໝາຍຊຸກຍູ້ການບໍລິຫານຂໍ້ມູນໃນອົງການຂອງລັດ ພ້ອມທັງຄຸ້ມຄອງ ແລະ ໜູນຊ່ວຍການປະຕິບັດບັນດາຄຳຮຽກຮ້ອງກ່ຽວກັບການສ້າງບັນດາການເຊື່ອມຕໍ່, ແບ່ງປັນບັນດາຂໍ້ມູນລະຫວ່າງບັນດາອົງການຂອງລັດ, ຕິດຕາມກວດກາການແບ່ງປັນຂໍ້ມູນ. ນີ້ກໍ່ຈະແມ່ນບ່ອນສະໜອງບັນດາການບໍລິການດີຈີຕອນໃໝ່ເທື່ອລະກ້າວ ຂອງວິວັດການພັດທະນາລັດຖະບານດີຈີຕອນ.

ປະຕູຖານຂໍ້ມູນແຫ່ງຊາດ ກໍ່ແມ່ນຊ່ອງຂໍ້ມູນຂ່າວສານເພື່ອຮັບບັນດາການປະກອບຄຳເຫັນຂອງບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນ ໃຫ້ແກ່ອົງການແຫ່ງລັດ ເພື່ອໃຫ້ບັນດາອົງການແຫ່ງລັດມີຂໍ້ມູນຫຼາຍຕື່ມອີກ, ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ຮັບໃຊ້ໃຫ້ແກ່ປະຊາຊົນ, ວິສາຫະກິດດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ