ເປີດສາກລາຍການຖີບລົດຖີບ ມິດຕະພາບ ຊາວໜຸ່ມຫວຽດນາມ-ລາວ

ເປີດສາກລາຍການຖີບລົດຖີບ ມິດຕະພາບ ຊາວໜຸ່ມຫວຽດນາມ-ລາວ - ảnh 1

(ພາບ:tienphong.vn)​

( vovworld ) – ພິທີເປີດ​ສາກ​ລາຍການ​ຖີບ​ລົດຖີບມິດຕະພາບ​ຊາວ​ໜຸ່ມ​ຫວຽດນາມ-​ລາວ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 29/7 ຢູ່​ຮ່າ​ໂນ້ຍ. ດ້ວຍ​ຫົວ​ຂໍ້​​ເພື່ອ​ສິ່ງ​ແວດ​ລ້ອມ ​ແລະ ການ​ພັດທະນາ​ແບບ​ຍືນຍົງນັ້ນ, ລາຍການ​ຖີບ​ລົດຖີບ​ຈະ​ດຳ​ເນີນ​ໃນ​ເສັ້ນທາງ​ຍາວ 700 ກມ, ​ເລີ່​ມ​ແຕ່​ຮ່າ​ໂນ້ຍ-ຫວຽດນາມ ​ແລະ ຈະສີ້​ນສຸດ​ຢູ່​ວຽງ​ຈັນ-​ລາວ ​ແຕ່​ວັນ​ທີ 29/7-6/8. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ແມ່ນ​ນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທ​ດ ຫວຽດນາມ ​ແລະ ລາວ. ທ່ານ Nguyen Ngoc Sinh ປະທານ​ສະມາຄົມ​ປົກ​ປັກຮັກສາທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໃຫ້​ຮູ້​ວ່າ: ລາຍການ​ຖີບ​ລົດຖີບ​ມິດຕະພາບ​ຫວຽດນາມ-​ລາວ​ຄັ້ງນີ້ ​ແມ່ນ​ການ​ກະທຳ​ປະກອບສ່ວນ​ໃຫ້​ປະຊາ​ຄົມ​ນັກທຸລະກິດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ມີ​ສະຕິ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຕໍ່ຄວາມ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ລົງທຶນ​ພັດທະນາ​ເສດຖະກິດ​ຕາມ​ຕິດ​ຍືນ​ຍົງ, ຮູ້​ວິທີ​ປະຢັດ ​ແລະ ນຳ​ໃຊ້​ຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ເໝາະ​ສົມ, ປະກອບສ່ວນ​ປັບປຸງ ​ແລະ ພັດທະນາ​ນ້ຳ​ໃຈ​ສາມັກຄີ​ມິດຕະພາບ ພ້ອມ​ທັງ​ເພື່ອ​ສຶກສາ​ບັນດາ​ຄວາມ​ຮູ້ ​ແລະ ບົດຮຽນ​ທີ່​ມີ​ປະ​ໂຫຍ​ດ​ໃຫ້ລຸ້ນໜຸ່ມ​ສອງ​ປະ​ເທດ​ຫວຽດນາມ-​ລາວ ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

 

 

ຂ່າວ/ບົດ​ອື່ນ