ເປັນຄັ້ງທຳອິດວົງດົນຕີປະສານສຽງຫວຽດນາມສະແດງຢູ່ລັດເຊຍ
ການສະແດງນະຄອນຫຼວງ ມົດສກູ
(vovworld) – ໃນຂອບເຂດ “ຊຸມວັນວັດທະນະທຳ ຫວຽດນາມ ຢູ່ ສະຫະພັນ ລັດເຊຍ” ປີ 2014, ຕອນຄຳ່ວັນທີ 14/9, ວົງດົນຕີປະສານສຽງ ຫວຽດນາມ ໄດ້ສະແດງຢູ່ນະຄອນຫຼວງ ມົດສກູ ເປັນຄັ້ງທຳອິດ, ເປີດສາກໃຫ້ການໄປສະແດງເປັນຄັ້ງທຳອິດຢູ່ ສະຫະພັນ ລັດເຊຍ. ການສະແດງໄດ້ຮັບຜົນສຳເລັດອັນດີງາມ ແລະ ສ້າງຄວາມປະທັບໃຈທີ່ດີໃຫ້ແກ່ຜູ້ຟັງ, ຜູ້ຊົມຊາວລັດເຊຍ ກໍ່ຄືຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ຮຳ່ຮຽນຢູ່ ລັດເຊຍ ລາຍການສະແດງໄດ້ຮັບການຕີລາຄາສູງ. ນັກປະພັນດົນຕີ ໂດ໋ຮົ່ງກວນ, ຜູ້ມີບົດປະພັນທີ່ໄດ້ຮັບເລືອກເຟັ້ນເພື່ອສະແດງໃນລາຍການເປີດສາກໃຫ້ການເຄື່ອນໄຫວນີ້, ຕີລາຄາວ່າ:
“ລາຍການມື້ນີ້ແມ່ນການພິສູດໃຫ້ເຫັນລະດັບຂອງວົງດົນຕີປະສານສຽງ ຫວຽດນາມ ເມື່ອສາມາດສະແດງບົນດົນຕີປະສານສຽງເລກທີ 12 ຂອງນັກປະພັນ Shostakovich ເຊິ່ງແມ່ນບົດດົນຕີປະສານສຽງຍາກທີ່ສຸດ. ກ່ຽວກັບ 2 ບົດປະພັນດົນຕີຂອງ ຫວຽດນາມ ແລ້ວ, ບັນດານັກນັກສິລະປິນສະແດງດີທີ່ສຸດ.”