ເພີ່ມທະວີການພົວພັນລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ແລະ ກົມປະຊາສຳພັນ ໄທ

ເພີ່ມທະວີການພົວພັນລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ແລະ ກົມປະຊາສຳພັນ ໄທ - ảnh 1
ຄະ​ນະ​ນັກ​ຂ່າວ VOV ຖ່າຍ​ຮູບ​ກັບ​ທ່ານ​ນາງ ນ​ເພນ ອັບ​ຕັນ, ຫົວໜ້າ​ຫ້ອງການ​ຮ່ວມ​ມື​ສາກົນ

(vovworld) – ​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ກົມ​ປະຊາສຳພັນ ​ໄທ, ວັນ​ທີ 20/3, ຄະນະ​ນັກ​ຂ່າວ​ວິທະຍຸ​ກະ​ຈາ​ຍສຽງ ຫວຽດນາມ ​ໄດ້​​ໄປຢ້ຽມຢາມ​ໂຄງການ​ອະນຸລັກ​ຮັກສາ​ນ້ຳ ຢູ່​ແຂວງ ຈັນທະ​ບູລີ, ​ເຊິ່ງ​ແມ່ນ​ແຂວງ​ມີ​ຊື່​ສຽງ ກ່ຽວ​ກັບ​ອຸດ​ສະຫະ​ກຳປະດັບ​ແຕ່ງ ຫິນມະນີ ​ແລະ ປູກ​ຕົ້ນ​ກິນ​ໝາກ​ຢູ່ ​ໄທ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຄງການ​ສຳຄັນ​ຂອງ​ລັດຖະບານ ​ໄທ, ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ປະຊາຊົນ​ພັດທະນາ​ເສດຖະກິດ​ປູກຝັງ, ​ເພີ່ມ​ລາຍ​ຮັບ​ໃຫ້​ຄອບຄົວ​ໃນ​ລະດູ​ແຫ້ງ ​ແລະ ປົກ​ປັກ​ຮັກສາ ປ່າ. ທ່ານ​ນາງ ​ວັນ​ເພນ ອັບ​ຕັນ, ຫົວໜ້າ​ຫ້ອງການ​ຮ່ວມ​ມື​ສາກົນ, ຂຶ້ນ​ກັບກົມ​ປະຊາສຳພັນ ​​ໄທ ​ໃຫ້​ຮູ້​ວ່າ:

​ເທບ ສຽງ​ທ່ານ​ນາງ ​ວັນ​ເພນ ອັບ​ຕັນ


        ກ່ອນ​ໜ້າ​ນັ້ນ, ຄະນະ​ນັກ​ຂ່າວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ສະຫະ​ສະມາຄົມ ​ເຄື່ອງ​ປະດັບ​ເອ້ ​ແລະ ຫິນມະນີ​​, ບັນດາ​ຮາກ​ຖານ​ຂຸດ​ຄົ້ນ​ບໍ່​ແຮ່,  ປະດັບ​ແຕ່ງ ແລະ ດຳ​ເນີນ​ທຸລະ​ກິດ​ບັນດາ​ຜະລິດ​ຕະພັນຫິນມະນີ ຢູ່ ​ໄທ.

 

ຂ່າວ/ບົດ​ອື່ນ