ເພີ່ມທະວີການຮ່ວມມືທາງດ້ານການສື່ສານລະຫວ່າງອາຊຽນ ແລະ ຈີນ

(VOVWORLD) -ເວທີປາໄສຄູ່ຮ່ວມມືສື່ສານອາຊຽນດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືທາງດ້ານການສື່ສານ, ຊຸກຍູ້ການພັດທະນາພາກພື້ນ ” ໄດ້ດຳເນີນໃນວັນທີ 14 ກໍລະກົດ ຢຸ່ນະຄອນຫຼວງປັກກິງ ປະເທດຈີນ.
ເພີ່ມທະວີການຮ່ວມມືທາງດ້ານການສື່ສານລະຫວ່າງອາຊຽນ ແລະ ຈີນ - ảnh 1ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ

ໃນຄຳອວຍພອນທີ່ສົ່ງເຖິງເວທີປາໄສ, ທ່ານນາງເອກອັກຄະລັດຖະທູດຫວຽດນາມປະຈຳຈີນ ຝ້າມຊາວມາຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສື່ມວນຊົນບັນດາປະເທດອາຊຽນ ແລະ ຈີນຈະສືບຕໍ່ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງ 2 ຝ່າຍໃນໄລຍະທີ່ຈະມາເຖິງ.

    ໃນຂອບເຂດຂອງເວທີປາໄສ, ຊອງ VTC16 ຂອງ VOV ແລະ ບັນດາສຳນັກຂ່າວສານ, ໂທລະພາບສາກົນ ຂອງສະຖານີວິທະຍຸໂທລະພາບແຫ່ງຊາດຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືແບ່ງປັນບັນດາຜະລິດຕະພັນສື່ມວນຊົນ ແລະ ສັນຍານໂທລະພາບ ແນໃສ່ເພີ່ມທະວີ ແລະ ພັດທະນາການຮ່ວມມືລະຫວ່າງ 2 ຝ່າຍໃນບັນດາລາຍການກະຈາຍສຽງກ່ຽວກັບກະສີກຳ.

     ເວທີປາໄສໄດ້ອອກຖະແຫຼງການຮ່ວມ ສະເໜີສ້າງຕັ້ງກົນໄກຮ່ວມມືທາງດ້ານການສື່ສານ “ຄູ່ຮ່ວມມື ອາຊຽນ” ເພີີ່ມທະວີການຮ່ວມມື, ແລກປ່ຽນລະຫວ່າງສະຖານີວິທະຍຸໂທລະພາບແຫ່ງຊາດຈີນ ແລະ ບັນດາຄູ່ຮ່ວມມືດ້ານການສື່ສານບັນດາປະເທດອາຊຽນ, ຊຸກຍູ້ການຮ່ວມມືລະຫວ່າງລະຫວ່າງ 2 ຝ່າຍໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ