ເພີ່ມທະວີການຮ່ວມມືລະຫວ່າງກຳລັງກອງທັບເຮືອຫວຽດນາມ - ຍີ່ປຸ່ນ
(ພາບປະກອບ)
(vovworld) – ວັນທີ 16/04, 2 ກຳປັ່ນຂອງກຳລັງປ້ອງກັນຕົວບົນທະເລຍີ່ປຸ່ນ ລວມມີກຳ່ປັ່ນ KIRISAME ແລະ ກຳ່ປັ່ນ ASAYUKI, ໂດຍພັນເອກ Sygimoto Masaharu, ຜູ້ບັນຊາການກອງເຮືອຮົບໃຫຍ່ເລກທີ 12 ເປັນຫົວໜ້າຄະນະ, ພ້ອມກັບລູກເຮືອ 500 ຄົນ (ໃນນັ້ນມີພະນັກງານ, ນັກຮຽນ 60 ຄົນ) ໄດ້ເຂົ້າທຽບທ່າ ຕຽນຊາ, ນະຄອນດ່ານັ້ງ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ເພື່ອແນໃສ່ປະກອບສ່ວນເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນລະຫວ່າງກຳລັງກອງທັບເຮືອ 2 ປະເທດ.
ໃນຂອບເຂດການຢ້ຽມຢາມໃນລະຫວ່າງວັນທີ 15 – 19/04, ບັນດາລູກເຮືອ ແລະ ຄະນະນັກຮຽນຂອງກຳ່ປັ່ນກຳລັງປ້ອງກັນຕົວບົນທະເລຍີ່ປຸ່ນ ຈະເຂົ້າຢ້ຽມຂໍ່ານັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ກອງບັນຊາການທະຫານເຂດ 5 ແລະ ກອງບັນຊາການເຂດ 3 ກອງທັບເຮືອ; ຈັດຕັ້ງການແລກປ່ຽນວິຊາສະເພາະຝຶກອົບຮົມລວມກ່ຽວກັບການຕິດຕໍ່ສື່ສານ ພົບປະແລກປ່ຽນ ແລະ ແຂ່ງຂັນກິລາກັບພະນັກງານ, ນັກຮົບເຂດ 3 ກອງທັບເຮືອ.