ເພີ່ມທະວີຄວາມເຂົ້າອົກເຂົ້າໃຈແລະການຮ່ວມມືລະຫວ່າງຫວຽດນາມ-ໂຮນລັງ

(VOVWORLD) -ວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ໂຮນລັງ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂຮນລັງ (09 ເມສາ 1973 – 09 ເມສາ 2018) ແລະ 5 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ໂຮນລັງ (29 ມັງກອນ 2013 – 29 ມັງກອນ 2018).

ເພີ່ມທະວີຄວາມເຂົ້າອົກເຂົ້າໃຈແລະການຮ່ວມມືລະຫວ່າງຫວຽດນາມ-ໂຮນລັງ - ảnh 1 ທ່ານນາງເອກອັກຄະລັດຖະທູດໂຮນລັງ ປະຈຳຫວຽດນາມ Nienke Trooster

(ພາບ: baoquocte.vn)

ກ່າວຄຳເຫັນທີ່ເຫດການ, ທ່ານສາດສະດາຈານ ດ່າວຊວນຮອັກ, ປະທານສະມາຄົມມິຕະພາບ ແລະ ຮ່ວມມືຫວຽດນາມ - ໂຮນລັງ ເນັ້ນໜັກວ່າ, 45 ປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດ ໄດ້ແລະ ພວມພັດທະນານັບມື້ນັບຂະຫຍັນຂັນເຄື່ອນ, ມີປະສິດທິຜົນໃນຫຼາຍຂົງເຂດທີ່ສຸດ ເປັນຕົ້ນແມ່ນເສດຖະກິດ, ການເມືອງ ເພື່ອຜົນປະໂຫຍດລວມຂອງທັງ 2 ປະເທດ. ເພື່ອປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃຫ້ເປັນຢ່າງດີກວ່າ, ຄະນະການນຳສະມາຄົມ ແລະ ບັນດາສະມາຊິກປາດຖະໜາຢາກສືບຕໍ່ມີການສົມທົບກັນເປັນປະຈຳກວ່າກັບສະຖານທູດໂຮນລັງ ປະຈຳຫວຽດນາມ.

        ສ່ວນທ່ານນາງເອກອັກຄະລັດຖະທູດໂຮນລັງ ປະຈຳຫວຽດນາມ Nienke Trooster ຖືວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຊິ່ງໂຮນລັງ ສຸມໃສ່ສະຫງວນທຶນກູ້ຢືມບຸລິມະສິດ ແລະ ມາຮອດປະຈຸບັນໄດ້ມີບັນດາບາດກ້າວສຳເລັດໃນເສັ້ນທາງແຫ່ງການພັດທະນາ. ປະຈຸບັນ, ໂຮນລັງ ໄດ້ສຸມໃສ່ລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດ: ການຄ້າ, ພາກພື້ນເອກະຊົນ, ການຄຸ້ມຄອງນ້ຳ, ກະສິກຳ, ການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ