ເພີ່ມສະມາຊິກຂອງກຸ່ມ DAG ຫວຽດນາມ ໃນສັນຍາ EVFTA
(VOVWORLD) -ບັນຊີລາຍຊື່ສະມາຊິກທາງການຂອງກຸ່ມ DAG ຫວຽດນາມ ໄດ້ເພີ່ມ 3 ອົງການຕື່ມອີກ
(ພາບປະກອບ: TTXVN)
|
ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫາກໍ່ປະກາດໃຊ້ຂໍ້ຕົກລົງປັບປຸງ, ເພີ່ມເຕີມບາງມາດຕາຂອງຂໍ້ຕົກລົງສ້າງຕັ້ງກຸ່ມໃຫ້ຄຳປຶກສາຢູ່ພາຍໃນປະເທດ (DAG) ຫວຽດນາມ ໃນຂອບເຂດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVFTA). ຕາມນັ້ນແລ້ວ, ບັນຊີລາຍຊື່ສະມາຊິກທາງການຂອງກຸ່ມ DAG ຫວຽດນາມ ໄດ້ເພີ່ມ 3 ອົງການຕື່ມອີກຄື: ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP); ສະມາຄົມອາຊີບຫາປາ ຫວຽດນາມ (VINAFIS); ສູນສຶກສາທຳມະຊາດ (ENV). ສະນັ້ນ, ກຸ່ມ DAG ຫວຽດນາມ ມີ 6 ສະມາຊິກທາງການ.
ພາລະບົດບາດຕົ້ນຕໍຂອງກຸ່ມ DAG ຫວຽດນາມ ແມ່ນເຕົ້າໂຮມ, ສະເໜີທັດສະນະ ແລະ ຍົກອອກຂໍ້ສະເໜີແນະ, ໃຫ້ຄຳປຶກສາສຳລັບການປະຕິບັດພາກການຄ້າ ແລະ ພັດທະນາແບບຍືນຍົງຂອງສັນຍາ EVFTA, ເໝາະສົມກັບຄຳໝັ້ນສັນຍາໃນສັນຍາ.