ເລຂາທິການໃຫຍ່ Nguyen Phu Trong ເປັນປະທານກອງປະຊຸມກົມການເມືອງ

ເລຂາທິການໃຫຍ່ Nguyen Phu Trong ເປັນປະທານກອງປະຊຸມກົມການເມືອງ - ảnh 1
ທ່ານເລຂາທິການໃຫຍ່ Nguyen Phu Trong ເປັນປະທານກອງປະຊຸມ
(ພາບປະກອບ)

Vovworld- ຕອນ​ເຊົ້າ​ວັນ​ທີ 5/7, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ​ Nguyen Phu Trong ໄດ້​ເປັນ​ປະທານ​ກອງ​ປະຊຸມກົມ​ການ​ເມືອງ​ສູນ​ກາງ​ພັກ ​ເພື່ອ​ໃຫ້​ຄຳ​ເຫັນ​ແກ່​ການ​ສະຫຼຸບ​ບັນດາ​ມະ​ຕິ​ຂອງ ກົມ​ການ​ເມືອງ​ສູນ​ກາງ​ພັກຊຸດ​ທີ່ 9 ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ 4 ​ເຂດ​ຄື: ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ​ເຂດ​ທາງ​ຕາ​ເວັນ​ອອກ​ຂອງ​ພາກ​ໃຕ້ ​ແລະ ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ໃຕ້, ​ເຂດ​ຕອນ​ເໜືອ​ຂອງ​ພາກ​ກາງ ​ແລະ ​ແຄມ​ທະ​ເລ​ພາກ​ກາງ, ​ເຂດ​ພູດ​ອຍທາງ​ພາກ​ເໜືອ. ບົດ​ລາຍ​ງານ​ສະຫຼຸບ​ໝາກຜົນ​ແຫ່ງ​ການ​ປະຕິບັດ 4 ມະຕິ​ຂອງ ກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ່ 9 ຢູ່​ບັນດາ​ທ້ອງ​ຖິ່ນ​​ໄດ້​ຢືນຢັນ​ວ່າ ການ​ປະກາດ​ໃຊ້​ບັນດາ​ມະຕິ​ຂອງ ກົມ​ການ​ເມືອງ​ສູນ​ກາງ​ພັກ​ແມ່ນ​ທັນ​ການ ​ແລະ ສອດ​ຄ່ອງກັບ​ບັນດາ​ແຜນ​ນະ​ໂຍບາຍ ໜ້າ​ທີ່, ​ແມ່ນວິທີ​ການ​ແກ້​ໄຂ​ຢ່າງ​ຖືກຕ້ອງ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ລັດຖະບານ​ຊີ້​ນຳ​ບັນດາ​ທ້ອງ​ຖິ່ນ, ກະຊວງ, ຂະ​ແໜງ​ການ​ປະຕິບັດ, ປະກອບ​ສ່ວນນຳ​ມາ​ເຊິ່ງບັນດາໝາກຜົນທີ່​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ ​ແລະ ກໍ່ສ້າງ​ລະບົບ​ການເມືອງຢູ່​ບັນດາ​ເຂດ. ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ຄິດ​ສະ​ເລຍ​ຂອງ​ບັນດາ​ເຂດ​ ລ້ວນ​ແຕ່​ສູງ​ກ່ວາລະ​ດັບ​ສະ​ເລຍ​ຂອງທັງປະ​ເທດ ​ແລະ ລື່ນ​ກາຍ​ເມື່າອທຽບ​ໃສ່​ຕົວ​ເລກ​ຄາດໝາຍ​ທີ່​ບັນດາ​ມະຕິ​ໄດ້​ວາງ​ອອກ./.

 

ຂ່າວ/ບົດ​ອື່ນ