ເວທີປາໄສຮັບປະກັນຄຸນນະພາບອາຊຽນປີ 2019

(VOVWORLD) -ເວທີປາໄສຮັບປະກັນຄຸນນະພາບອາຊຽນ 2019 (ASEAN – QA 2019) ດ້ວຍຫົວຂໍ້ “ເຊື່ອມຕໍ່ເພື່ອການກໍ່ສ້າງ ແລະ ຮັກສາຄຸນນະພາບຂອງວັດທະນະທຳຢູ່ບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 07 ພະຈິກ, ຢູ່ຮ່າໂນ້ຍ.

ເວທີປາໄສຮັບປະກັນຄຸນນະພາບອາຊຽນປີ 2019 - ảnh 1

 ASEAN – QA ໄດ້ເປີດຕົວຢ່າງເປັນທາງການ

(ພາບ: hanoimoi.com.vn)

ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືບັນດາບັນຫາຄື: ບົດບາດຂອງເຄືອຂ່າຍຮັບປະກັນຄຸນນະພາບໃນສະພາບການສຶກສາຂັ້ນມະຫາວິທະຍາໄລຢູ່ອາຊຽນ ພວມມີການປ່ຽນແປງຫຼາຍຢ່າງ; ການເຂົ້າຮ່ວມຂອງຜູ້ຮ່ຳຮຽນໃນວຽກງານຮັບປະກັນຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລຢູ່ອາຊຽນ - ການເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ… ທ່ານ ມາຍວັນຈິງ, ຫົວໜ້າກົມຄຸ້ມຄອງຄຸນນະພາບ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ, ຖືວ່າ.

        “ເລື່ອງສ້າງວັດທະນະທຳໃຫ້ມີຄຸນນະພາບແມ່ນທ່າອ່ຽງທີ່ຈຳເປັນເພື່ອສ້າງຄຸນນະພາບຂອງແຕ່ລະຮາກຖານບຳລຸງສ້າງ, ໃນເນັ້ນໜັກເຖິງການພັດທະນາລະບົບຮັບປະກັນຄຸນນະພາບຢູ່ແຕ່ລະຮາກຖານບຳລຸງສ້າງ ແລະ ທີ 2 ແມ່ນຍູ້ແຮງການຮ່ວມມືກັບສາກົນ. ເພື່ອສ້າງວັດທະນະທຳໃຫ້ມີຄຸນນະພາບ, ພວກເຮົາຄວນມີຍຸດທະສາດ ແລະ ມີຂັ້ນຕອນ, ບາດກ້າວຢ່າງລະອຽດ, ຢູ່ໃນນັ້ນແມ່ນກ່ຽວຂ້ອງເຖິງທຸກປັດໄຈເພື່ອສ້າງເປັນຄຸນນະພາບດັ່ງກ່າວ.”

        ເນື່ອງໃນໂອກາດນີ້, ສະຫະສະມາຄົມຮັບປະກັນຄຸນນະພາບອາຊີຕາເວັນອອກສ່ຽງໃຕ້ (ASEAN – QA) ກໍ່ໄດ້ເປີດຕົວຢ່າງເປັນທາງການ ແລະ ຈັດຕັ້ງພິທີປະກາດການສ້າງຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ