ເສດຖະກິດໝູນວຽນ: ພື້ນຖານໃຫ້ແກ່ການເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງ
(VOVWORLD) - ຈາກການເຕີບໂຕເປີດກວ້າງມາເປັນຄຸນນະພາບຂອງການເຕີບໂຕອີງຕາມສະມັດຕະພາບ, ວິທະຍາສາດ - ເຕັກໂນໂລຢີ, ມາດຖານຄຸ້ມຄອງທີ່ທັນສະໄໝ ແລະ ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ.
ທ່ານສາດສະດາຈານ, ປ.ອ ເລວັນເລີ້ຍ ກ່າວຄຳເຫັນທີ່ເວທີປາໄສ (ພາບ: VOV) |
ເພື່ອແນໃສ່ຊຸກຍູ້ວິວັດການຫັນປ່ຽນສູ່ຮູບແບບເສດຖະກິດໝູນວຽນ ປະກອບສ່ວນເຂົ້າໃນການປະຕິບັດຄຳໝັ້ນສັນຍາພັດທະນາສີຂຽວ, ການປ່ອຍອາຍພິດລົງລະດັບ 0 ຢູ່ ຫວຽດນາມໃນປີ 2050, ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນເສດຖະກິດ ຫວຽດນາມ ແລະ ໂລກ (ສະຖາບັນ ບັນດິດວິທະຍາສັງຄົມ ຫວຽດນາມ) ໄດ້ຈັດເວທີປາໄສດ້ວຍຫົວຂໍ້ “ປະຕິບັດເສດຖະກິດໝູນວຽນ ຢູ່ ຫວຽດນາມ: ນະໂຍບາຍ ແລະ ເຊື່ອມຕໍ່ການກະທຳ”.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານສາດສະດາຈານ, ປ.ອ ເລວັນເລີ້ຍ ປະທານສະຖາບັນ ບັນດິດວິທະຍາສັງຄົມ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່: ຈາກການເຕີບໂຕເປີດກວ້າງມາເປັນຄຸນນະພາບຂອງການເຕີບໂຕອີງຕາມສະມັດຕະພາບ, ວິທະຍາສາດ - ເຕັກໂນໂລຢີ, ມາດຖານຄຸ້ມຄອງທີ່ທັນສະໄໝ ແລະ ການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ທ່ານສາດສະດາຈານ, ປ.ອ ເລວັນເລີ້ຍ ເນັ້ນໜັ້ກວ່າ:
ການກຳນົດທິດຂອງພວກເຮົາກ່ຽວກັບເສດຖະກິດໝູນວຽນແມ່ນບໍ່ອາດແຕກແຍກອອກຈາກບັນດາຍຸດທະສາດພັດທະນາແຫ່ງຊາດໄດ້, ເຊິ່ງຕ້ອງເປັນພາກສ່ວນໜຶ່ງຂອງຮູບແບບການເຕີບໂຕແບບໃໝ່, ຕິດພັນກັບເປົ້າໝາຍສີຂຽວ - ດີຈີຕອນ - ກວມລວມ ດ້ວຍມາດຖານຄຸ້ມຄອງທີ່ທັນສະໄໝ; ສົມທົບກັບກຳລັງໜູນການຕະຫຼາດດ້ວຍຄວາມຮັບຜິດຊອບທາງສັງຄົມ ແລະ ການຮັກສາສີສັນວັດນະທະທຳ, ແລະ ສຳຄັນກ່ວານັ້ນ ຕ້ອງຖືປະຊາຊົນເປັນໃຈກາງຂອງທຸກການຄັດເລືອກນະໂຍບາຍ.