(vovworld) - ວັນທີ 24/10, ຕຳຫຼວດໄທ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີ 1 ຄົນເສຍຊີວິດ ແລະ 19 ຄົນຖືກຮັບບາດເຈັບ, ໃນນັ້ນມີບາງຄົນແມ່ນເຈັບໜັກ ເມື່ອລະເບີດລູກໜຶ່ງແຕກຢູ່ນອກຮ້ານຂາຍມີ່ຢູ່ເທດສະບານເມືອງ ປັດຕະນີ, ເຊິ່ງແມ່ນແຫ່ງທີ່ມີຊາວມຸດສະລິມ ດຳລົງຊີວິດເປັນຈຳນວນຫຼວງຫຼາຍ ຢູ່ພາກໃຕ້ປະເທດນີ້. ປະຈຸບັນ, ກຳລັງທີ່ກ່ຽວຂ້ອງພວມດຳເນີນການສືບສວນເຫດວາງລະເບີດ. ເຫດວາງລະເບີດດັ່ງກ່າວເກີດຂຶ້ນພາຍຫຼັງທີ່ພວກວາງລະເບີດໄດ້ສົມທົບກັນຢູ່ບັນດາເທດສະບານເມືອງທ່ອງທ່ຽວພາກໃຕ້ໄທ 2 ເດືອນ, ເຮັດໃຫ້ຊາວໄທ 4 ຄົນເສຍຊີວິດ ແລະ ນັບ 10 ຄົນຖືກຮັບບາດເຈັບ, ໃນນັ້ນມີຊາວຕ່າງປະເທດ. ຕຳຫຼວດຢືນຢັນວ່າ, ບັນດາເຫດບຸກໂຕມຕີດັ່ງກ່າວມີສ່ວນກ່ຽວຂ້ອງເຖິງບັນດາມືປືນຊາວມຸດສະລິມ.