ເຫດເຮືອບິນຕົກຢູ່ລັດເຊຍ: ໜ່ວຍກູ້ໄພຢັ້ງຢືນມີຜູ້ເສຍຊີວິດທັງໝົດ 71 ຄົນ

(VOVWORLD) - ວັນທີ 11 ກຸມພາ, ໜ່ວຍກູ້ໄພໄດ້ຊອກເຫັນກັບດຳຢູ່ສະຖານທີ່ເຮືອບິນ An-148 ຂອງບໍລິສັດການບິນ Saratov Airlines ທີ່ຕົກກ່ອນນັ້ນໃນວັນດຽວກັນຢູ່ຊານນະຄອນຫລວງ ມົດສະກູ ເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນທັງໝົດ 71 ຄົນເສຍຊີວິດ.
ເຫດເຮືອບິນຕົກຢູ່ລັດເຊຍ: ໜ່ວຍກູ້ໄພຢັ້ງຢືນມີຜູ້ເສຍຊີວິດທັງໝົດ 71 ຄົນ - ảnh 1 ເຮືອບິນ An-148 ທີ່ຕົກຢູ່ຊານນະຄອນຫລວງ ມົດສະກູ (ພາບ: Reuters)

ກະຊວງສະພາວະສຸກເສີນ ລັດເຊຍ ກໍ່ໄດ້ປະກາດບັນຊີລາຍຊື່ຜູ້ເສຍຊີວິດ ໃນນັ້ນມີເດັກນ້ອຍ 3 ຄົນ ແລະ ບໍ່ມີຊາວ ຫວຽດນາມ. ກຳລັງກູ້ໄພກູ້ຊີບໄດ້ຊອກເຫັນສົບຄົນຕາຍ 2 ສົບ.

        ເຮືອບິນ An-148 ໄດ້ຂາດສັນຍານຕິດຕໍ່ສື່ສານຈາກ ຈໍເຣດາ ພາຍຫລັງບິນຂຶ້ນຈາກສະໜາມບິນ Domodedovo ຢູ່ ມົດສະກູ ໃນວັນດຽວກັນພຽງ 2,3 ນາທີ. ເຮືອບິນ Antonov An-148 ຂອງບໍລິສັດການບິນ Saratov Airlines ພວມບິນໄປນະຄອນ Orsk ຂຶ້ນກັບເຂດ Urals ແຕ່ໄດ້ຕົກຢູ່ເມືອງ Ramensky ຊານນະຄອນຫລວງ ມົດສະກູ. ຕາມບັນດາອົງການສື່ມວນຊົນ ລັດເຊຍ ແລ້ວ, ເຮືອບິນບັນທຸກຜູ້ໂດຍສານ 65 ຄົນ ແລະ ຈຸບິນ 6 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ