ເອກອັກຄະລັດຖະທູດຫວຽດນາມ ຍື່ນສານຕາຕັ້ງ

ເອກອັກຄະລັດຖະທູດຫວຽດນາມ ຍື່ນສານຕາຕັ້ງ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫວຽນ​ແມ້ງ​ຮຸ່ງ ​​ຍື່ນ​ສານ​ຕາ​ຕັ້ງ​ຂຶ້ນ​
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ
(ພາບ: vietnamplus.vn)

(vov) - ​ວັນ​ທີ 5/12, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫວຽນ​ແມ້ງ​ຮຸ່ງ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຂຶ້ນ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ. ທີ່​ການ​ຕ້ອນຮັບ​ພາຍຫຼັງ​ພິທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານປະທານ​ປະ​ເທດ ສປປ ລາວ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ໃນ​​ໄລຍະ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ແມ້ງ​ຮຸ່ງ ຈະ​ປະກອບສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ເນັ້ນ​ໜັກ​ວ່າ, ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ພວມ​ໄດ້​ຮັບ​ການ​ພັດທະນາ ​ແລະ ກ້າວ​ເຂົ້າ​ສູ່​ລວງ​ເລິກ. ພັກ, ລັດ ​ແລະ ປະຊາຊົນ​ລາວ ຈະ​ມານະ​ພະຍາຍາມ​ພ້ອມ​ກັບ​ຫວຽດນາມ​ ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ. ສ່ວນທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫວຽນ​ແມ້ງ​ຮຸ່ງ ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຂ່າວ/ບົດ​ອື່ນ