ເອກອັກຄະລັດຖະທູດ ຍີ່ປຸ່ນ ສິ້ນສຸດການປະຕິບັດ ໜ້າທີ່ການທູດຢູ່ ຫວຽດນາມ

ເອກອັກຄະລັດຖະທູດ ຍີ່ປຸ່ນ ສິ້ນສຸດການປະຕິບັດ ໜ້າທີ່ການທູດຢູ່ ຫວຽດນາມ - ảnh 1
(ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ​ໂຕ​ຮຸຍ​ເຣື໋ອ)

(vovworld) -          ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ Yasuaki Tanizaki ​ເຂົ້າ​ຢ້ຽມ​ອຳ​ລາ, ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດການປະຕິບັດ​ໜ້າ​ທີ່ການ​ທູດ​ຢູ່​ຫວຽດນາມ. ຕອນ​ບ່າຍ​ວັນ​ທີ 23 ກັນຍາ, ທ່ານ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ​ໂຕ​ຮຸຍ​ເຣື໋ອ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ນ້ຳ​ໃຈ​ທີ່​ສະໜິດຕິ​ດພັນ ​ເຊິ່ງທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫງວນ​ໃຫ້​ແກ່​ຫວຽດນາມ. ທ່ານ ໂຕ​ຮຸຍ​ເຣື໋ອ ​ເຊື່ອ​ໝັ້ນ​ວ່າ ພາຍຫຼັງ​ກັບ​ເມືອ​ປະ​ເທດ, ​ເຖິງ​ວ່າ​​ຈະ​ຮັບ​ດຳລົງຕຳ​ແໜ່​ງ​ໃດ​ກໍ່ຕາມ, ທ່ານເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ Yasuaki Tanizaki ກໍ່​ຈະ​ສືບ​ຕໍ່ສະ​ຫງວນອາລົມ​ຈິດ​ອັນ​ດີງາມ​ໃຫ້​ແກ່​ຫວຽດນາມ ​ແລະ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ຍີ່ປຸ່ນ ຢ່າງ​ຕັ້ງໜ້າ. ທ່ານເອກ​ອັກຄະ​ລັດຖະທູດ Yasuaki Tanizaki ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຖື​ວ່າ ປະຊາຊົນ 2 ປະ​ເທດ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ, ຄວນ​ສືບ​ຕໍ່​ໄດ້​ຮັບ​ການປັບປຸງ ​ແລະ ຮັກສາ​ທ່າ​ພັດທະນາ​ນີ້.

ຂ່າວ/ບົດ​ອື່ນ