ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິນ ແລະ ວັດຖຸລະເບີດຕົກຄ້າງຢູ່ ຫວຽດນາມ
(ພາບປະກອບ / TTXVN)
(vovworld) - ກອງປະຊຸມຄັ້ງທີ 1 ກຸ່ມຄູ່ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິນຕົກຄ້າງພາຍຫລັງສົງຄາມຢູ່ ຫວຽດນາມ (MAOG) ໂດຍອົງການປະຈຳການຄະນະຊີ້ນຳໂຄງການດຳເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິນຕົກຄ້າງພາຍຫລັງສົງຄາມ (ເອີ້ນຫຍໍ້ແມ່ນໂຄງການ 504) ສົມທົບກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງໃນຕອນບ່າຍວັນທີ 15/03 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນເທ໋ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ຮັບຮອງເອົາໂຄງການດຳເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິນຕົກຄ້າງໄລຍະ 2010 – 2025 ແນໃສ່ຫລຸດຜ່ອນ ແລະ ກ້າວໄປເຖິງການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິນ ແລະ ວັດຖຸລະເບີດທີ່ຍັງຕົກຄ້າງຢູ່ ຫວຽດນາມ . ການປະຕິບັດໂຄງການ ດຳເນີນງານແຫ່ງຊາດແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດ, ໝາກມິນຕົກຄ້າງພາຍຫລັງສົງຄາມໃນໄລຍະຜ່ານມາ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລູກລະເບີດ, ໝາກມິນ ແລະ ຮັບປະກັນຄວາມປອດໄພໃຫ້ປະຊາຊົນ.
ຕາງໜ້າໃຫ້ບັນດາຄູ່ຮ່ວມມືສາກົນອາຍຸການທຳອິດຂອງກຸ່ມຄູ່ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິນຕົກຄ້າງພາຍຫລັງສົງຄາມຢູ່ ຫວຽດນາມ, ທ່ານ Ted Osius ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ ຢືນຢັນວ່າ: ອາເມລິກາ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ແລະ ຮັບເອົາບົດຮຽນຂອງ ຫວຽດນາມ ແລະ ແບ່ງປັນບົດຮຽນນັ້ນອອກສູ່ໂລກ.