ແຂວງກວາງບີງໝັ້ນໝາຍຮ່ວມເດີນທາງພ້ອມກັບບັນດານັກລົງທຶນ
ກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງກວາງບີງຄັ້ງທີ 1
(ພາບ: baomoi.com)
|
(vovworld) – ກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງກວາງບີງຄັ້ງທີ 1 ໄດ້ຖືກຈັດຂຶ້ນໃນວັນທີ 5/4 ຢູ່ນະຄອນດົງເຮີ້ຍ ແຂວງກວາງບີງ. ກ່າວຄຳເຫັນທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີການນຳແຂວງກວາງບີງ ຈົ່ງວາງແຜນກຳນົດເສດຖະກິດ-ສັງຄົມໂດຍໄວ, ມີແຜນການລະອຽດເພື່ອໃຫ້ບັນດາໂຄງການໄດ້ຮັບການຜັນຂະຫຍາຍໂດຍໄວ ປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
“ ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ກວາງບີງແມ່ນໃຫຍ່ຫຼວງທີ່ສຸດ, ມີທ່າໄດ້ປຽບຫຼາຍຢ່່າງຊຶ່ງຫຼາຍແຫ່ງອື່ນບໍ່ມີ. ພວກເຮົາຕ້ອງສືບຕໍ່ສ້າງແຜນກຳນົດເສດຖະກິດ-ສັງຄົມ, ໃນນັ້ນຕ້ອງຮ່ວມສຳພັນລະຫວ່າງເຂດຢູ່ພາຍໃນປະເທດກັບກວາງບີງ ແລະ ຮ່ວມສຳພັນກັບລາວ-ໄທໃນຂອບເຂດແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ທີ່ 2 ຂ້າພະເຈົ້າເວົ້າວ່າ ບໍ່ພຽງແຕ່ສູນກາງເທົ່ານັ້ນ, ຫາກນັບທັງຂັ້ນທ້ອງຖິ່ນຕ້ອງສະຫງວນນະໂຍບາຍທີ່ດີທີ່ສຸດຢູ່ພາກກາງໃຫ້ແກ່ກວາງບີງ ”