ແຂວງ ເງະອານ ສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ

(VOVWORLD) -  ຕອນບ່າຍວັນທີ 2 ທັນວາ, ຢູ່ມະຫາວິທະຍາໄລວິງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ເງະອານ ໄດ້ສົມທົບກັບມະຫາວິທະຍາໄລວິງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງເງະອານ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ.
ແຂວງ ເງະອານ ສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ - ảnh 1 ບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ

        ທີ່ພິທີສະເຫຼີມສະຫຼອງ, ການນຳມະຫາວິທະຍາໄລວິງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ທະຫານປ້ອງກັນຊາຍແດນແຂວງເງະອານ ພ້ອມກັບຜູ້ແທນແມ່ນນັກຊ່ຽວຊານການທະຫານຊ່ວຍລາວ, ບັນດານັກສຶກສາລາວ ໄດ້ທົບທວນຄືນມູນເຊື້ອຕໍ່ສູ້ປົດປ່ອຍຊາດ, ວິວັດການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນລາວລຸ້ນຕ່າງໆ ຍາມໃດກໍ່ຮຽງບ່າຮຽງໄລ່ພ້ອມກັບປະຊາຊົນ ຫວຽດນາມ, ສາມັກຄີ, ພ້ອມກັນພັດທະນາ. ພິເສດ ບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ບໍລິເວນແຂວງ ເງະອານ ແມ່ນສະຖານທີ່ບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີລະດັບຄວາມຮູ້ສູງໃຫ້ແກ່ລາວ. ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເງະອານ ໄດ້ມອບທຶນສຶກສາໃຫ້ແກ່ນັກສຶກສາລາວທີ່ປະສົບກັບຄວາມຫຍຸ້ງຍາກພວມຮ່ຳຮຽນຢູ່ແຂວງເງະອານ 30 ທຶນ. ມະຫາວິທະຍາໄລວິງ ມອບໃບຍ້ອງຍໍໃຫ້ນັກສຶກສາ 15 ຄົນທີ່ມີຜົນງານດີເລີດໃນການຮ່ຳຮຽນ.

ແຂວງ ເງະອານ ສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ - ảnh 2 ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງເງະອານ ໄດ້ມອບທຶນສຶກສາໃຫ້ແກ່ນັກສຶກສາລາວ

        ແລະກໍ່ໃນວັນດຽວກັນ, ທ່ານນາງ ຫວໍທິມິງຊິງ, ກຳມະການຄະນະປະຈຳຄະນະພັກແຂວງ, ປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງ ເງະອານ ໄດ້ນຳໜ້າຄະນະປະຕິບັດງານໄປຢ້ຽມຢາມ, ມອບຂອງຂວັນ, ລະດົມກຳລັງໃຈນັກສຶກສາລາວ 300 ຄົນທີ່ພວມປະຕິບັດການແຍກຕົວຢູ່ໂຮງຮຽນວິທະຍາໄລສ້າງຄູເງະອານ.

ແຂວງ ເງະອານ ສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ - ảnh 3 ລາຍການສະແດງສິລະປະ ສະເຫຼີມສະຫຼອງວັນຊາດລາວຄົບຮອບ 45 ປີ

ຕອບກັບ

ຂ່າວ/ບົດ​ອື່ນ